spot_img
Homeຂ່າວພາຍ​ໃນນັກກິລາຢູໂດທີມຊາດລາວ ສາມາດຍາດມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ

ນັກກິລາຢູໂດທີມຊາດລາວ ສາມາດຍາດມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ

Published on

ຈາກການເປີດເຜີຍ ໃນ Fanpage ຂອງສະຫະພັນ ຢູໂດແຫ່ງຊາດລາວ ໃນຕອນບ່າຍຂອງມື້ນີ້ວ່າ, ໃນການແຂ່ງຂັນລາຍການ the 2016 Vietnam International Judo Championships ທີ່ ສສ ຫວຽດນາມ ໃນລະຫວ່າງວັນທີ 29 – 30 ຕຸລາ 2016 ທີ່ຜ່ານມານີ້ ສະຫະພັນຢູ່ໂດແຫ່ງຊາດລາວ ໄດ້ສົ່ງ ນັກກິລາຈຳນວນ 7ຄົນ ແລະ ຄະນະນຳຄູຝຶກ ຈຳນວນ 3 ຄົນ ເຂົ້າຮ່ວມໃນລາຍການນີ້ມີທັງຫມົດ 17 ທີມ ຈາກ 12 ປະເທດ ເຂົ້າຮ່ວມ ຜົນການແຂ່ງຂັນປາກົດວ່າ ທີມຊາດລາວສາມາດຄວ້າມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ
# ເຊິ່ງຫລຽນເງິນ ໄດ້ມາຈາກ
– ທ້າວ ຈິນດາວອນ ສີວັນວິໄລ (ສະໂມສອນຢູໂດ ກອງທັບ) ແລະ ທ້າວ ກັນຍາເພັດ ພັນດານຸວົງ (ສະໂມສອນ ຢູໂດ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ) ໃນປະເພດຟ້ອນກາຕະຊາຍ ຫລື ນາເງໂນກາຕະ
– ນາງ ສົມສຸດາລັດ ແຫວນວັນຄຳ (ສະຫະພັນຢູໂດແຫ່ງຊາດ) ໃນຮຸ່ນ – 63ກກ
# ຫລຽນທອງໄດ້ມາຈາກ
– ນາງ ຄອນມາ ຈັນທະກຸມມານ (ສະໂມສອນ ຢູໂດ ແຂວງສະຫວັນນະເຂດ) ໃນຮຸ່ນ – 78ກກ

0818

ຂໍຂອບໃຈ ຂໍ້ມູນແລະພາບຈາກ: Lao judo Federation

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...