spot_img
Homeຂ່າວພາຍ​ໃນນັກກິລາຍິມນາສຕິກ ຄົນທຳອິດຂອງ ສປປ ລາວ ຄວ້າອັນດັບ 77 ຂອງໂລກ

ນັກກິລາຍິມນາສຕິກ ຄົນທຳອິດຂອງ ສປປ ລາວ ຄວ້າອັນດັບ 77 ຂອງໂລກ

Published on

ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສຕິກ ຄົນທຳອິດຂອງ ສປປ ລາວ ໄດ້ເຂົ້າຮ່ວມຍິມນາສຕິກ ປະເພດລີລາ ຊິງແຊ໋ມໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ຈັດຂຶ້ນໃນລະຫວ່າງວັນທີ 23–28 ສິງຫາ ຜ່ານມາ ທີ່ເມືອງບາເລນເຊຍ ປະເທດແອັສປາຍ. ລາຍການດັ່ງກ່າວ ມີນັກກິລາ ຈຳນວນ 232 ຄົນ ຈາກ 62 ປະເທດ ເຂົ້າຮ່ວມຊິງໄຊ.

ສຳລັບຜົນງານຂອງ ແພຣວາ ມິຊາໂຕະ ພິລາພັນເດຊ ລວມທຸກອຸປະກອນ All round result ໄດ້ 71 ຄະແນນ ຈົບອັນດັບທີ 77 ຈາກທັງໝົດ 82 ຄົນເຂົ້າຮ່ວມ, ຄະແນນສະແດງລີລາກັບໝາກບານ (Ball) ໄດ້ 24.050 ຄະແນນ ອັນດັບ 74, ສະແດງປະກອບບ້ວງ (Hoops) ໄດ້ 22.300 ຄະແນນ ອັນດັບ 80, ສະແດງປະກອບໄມ້ຫລິ້ນມາຍາກົນ (Clubs) ໄດ້ 23.950 ຄະແນນ ອັນດັບ 75 ແລະ ສະແດງປະກອບຣິບບິນ (Ribbon) ໄດ້ ຄະແນນ 23.000 ອັນດັບ 72.

ການເຂົ້າຮ່ວມແຂ່ງຂັນໃນເວທີ ຊິງແຊ໋ມໂລກຄັ້ງທຳອິດຂອງ ນາງ ແພຣວາ ໃນຄັ້ງນີ້ ໄດ້ເພີ່ມປະສົບການໃໝ່ ສ້າງແຮງບັນດານໃຈທີ່ດີໃຫ້ແກ່ນັກກິລາລາວ ກໍຄື ຕົວນ້ອງເອງ ເພື່ອມຸ້ງໝັ້ນພັດທະນາຕົນເອງຕໍ່ໄປ, ດ້ວຍເງື່ອນໄຂ ແລະ ທ່າແຮງຂອງສະຫະພັນຍິມນາສຕິກແຫ່ງຊາດລາວ ຍາມໃດກໍໃຫ້ການສະໜັບສະໜູນນັກກິລາໄດ້ເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ບວກກັບຄວາມເອົາໃຈໃສ່ຝຶກຝົນຕົນເອງຂອງນັກກິລາ ເຊື່ອວ່າ: ແພວາ ຈະກາຍເປັນນັກກິລານັບມື້ພັດທະນາຂຶ້ນໃນອະນາຄົດ.
ຂໍ້ມູນຈາກ:ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...