spot_img
Homeຂ່າວທ້ອງຖິ່ນນະຄອນໄກສອນສັ່ງຫ້າມ! ບຸນຊ່ວງເຮືອປີນີ້ ບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ

ນະຄອນໄກສອນສັ່ງຫ້າມ! ບຸນຊ່ວງເຮືອປີນີ້ ບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ

Published on

ວິທະຍຸກະຈາຍສຽງສະຫວັນນະເຂດ ລາຍງານ ຕາມການໃຫ້ສຳພາດຂອງທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນ ສາ – ຊ່ວງເຮືອ ປະຈຳປີ 2020 ທີ່ນະຄອນໄກ ສອນ ພົມວິຫານ ແມ່ນໄດ້ເລີ່ມເປີດໃຫ້ມີການຄົບງັນຢ່າງເປັນທາງການ ນັບແຕ່ວັນທີ 28 ກັນຍາ ຫາ ວັນທີ 3 ຕຸລາ 2020 ການຈັດງານປີນີ້ແມ່ນຈະໄດ້ມີການແຂ່ງຂັນເຮືອຊ່ວງປະເພດເຮືອກິລາ 9-12 ສີພາຍ ເພື່ອເປັນການອະນຸລັກຮີດຄອງປະເພນີ ແລະ ສົ່ງ ເສີມການທ່ອງທ່ຽວ ຕິດພັນກັບການກະຕຸ້ນເສດຖະກິດພາຍໃນແຂວງ ໃນໄລຍະເຝົ້າລະວັງການລະ ບາດຂອງພະຍາດໂຄວິດ-19.

ສ່ວນກິດຈະກຳພາຍໃນງານແມ່ນປະກອບມີ: ພິທີທາງສາສະໜາຕາມຮີດຄອງປະເພນີ,ໄຫຼກະໂທງ, ໄຫຼເຮືອໄຟ, ຊ່ວງເຮືອປະເພນີ, ແຂ່ງຂັນເຮືອປະເພດ 9-12 ສີພາຍ, ຕະຫຼາດນັດວາງສະແດງສິນຄ້າປະເພດຕ່າງໆ ພາຍໃນປະເທດ ແລະ ພິເສດໃນຄັ້ງວັນທີ 2 ຕຸລາ ຈະມີການແຂ່ງຂັນແຈັດສະກີ ເຊິ່ງເປັນກິລາອີກປະເພດໜຶ່ງທີ່ບໍ່ເຄີຍຈັດມາກ່ອນໃນງານບຸນປະເພນີອອກພັນສາໃນແຕ່ລະປີ ຫຼື ເອີ້ນວ່າເປັນປີທຳອິດເລີຍກະວ່າໄດ້.

ສຳລັບການຄົບງັນແມ່ນຈະບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ ລວມທັງການຕັ້ງຮ້ານຄາຣາໂອເກະ ແລະ ວົງເອເລັກໂທນ,ອະນຸຍາດໃຫ້ໃຊ້ແຕ່ເຄື່ອງສຽງຂະໜາດນ້ອຍໃນການໂຄສະນາສິນຄ້າ, ແລະ ປະກອບໃນວົງຊິງຊ້າ,ມ້າໝົນ,ສະໄລເດີ້ເທົ່ານັ້ນ. ທັງນີ້ກໍ່ເພື່ອເປັນການສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ-19.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...