spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງພະບາງຕິດອັນດັບທີ 5 ເມືອງທີ່ສວຍງາມ ແລະ ໜ້າທ່ຽວທີ່ສຸດໃນອາຊີ

ນະຄອນຫຼວງພະບາງຕິດອັນດັບທີ 5 ເມືອງທີ່ສວຍງາມ ແລະ ໜ້າທ່ຽວທີ່ສຸດໃນອາຊີ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຕິດ 1 ໃນ 15 ເມືອງທີ່ສວຍງາມ ແລະ ໜ້າທ່ຽວຊົມທີ່ສຸດໃນອາຊີ ຕາມການສໍາຫຼວດ ຂອງວາລາສານ Travel+ Leisure ຂອງປະເທດອັງກິດ ທີ່ໄດ້ປະກາດຜົນໃນບໍ່ດົນມານີ້.

ການສໍາຫຼວດລາງວັນເມືອງທີ່ດີທີ່ສຸດຂອງໂລກ (World’s Best Awards) ໃນປີ 2020 ນີ້ໄດ້ປິດລົງໃນວັນທີ 2 ມີນາ, ກ່ອນທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຜົນປະກົດວ່າ ນະຄອນຫຼວງພະບາງ ເປັນອັນດັບທີ 5 ເມືອງທີ່ສວຍງາມ ແລະ ໜ້າທ່ຽວທີ່ສຸດໃນອາຊີ, ເຊິ່ງອັນດັບ 1 ແມ່ນນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ, ອັນດັບ 2 ແມ່ນຕົວເມືອງຊຽງໄໝ່ ປະ ເທດໄທ, ອັນດັບ 3 ແມ່ນນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ອັນດັບ 4 ແມ່ນ ອູໄອປູ ປະເທດອິນເດຍ ແລະ ປະເທດອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...