ນະຄອນຫຼວງຈະມີຝົນຕົກໜັກ 50-70% ໃນວັນທີ 17 ກໍລະກົດ 2023

0
459

ພະຍາກອນອາກາດປະຈໍາວັນທີ 17 ກໍລະກົດ 2023 ລາຍງານວ່າ: ພາຍຸໄຕ້ຝຸ່ນ ທາລິມ (TALIM) ຫົວທີ 4, ໄດ້ມີກໍາລັງແຮງຍັງສຶບຕໍ່ເຄຶ່ອນທີ່ເຂົ້າມາຢູ່ເຂດທະເລຈີນໃຕ້ຕອນເໜືອ ດ້ວຍຄວາມໄວ 120 ກິໂລແມັດ ຕໍ່ຊົ່ວໂມງ. ຈາກນັ້ນພາຍຸໄຕ້ຝຸ່ນຫົວນີ້ ຈະສຶບຕໍ່ເຄື່ອນທີ່ເຂົ້າມາໃກ້ທາງພາກເໜືອຂອງເກາະໄຮຫນານໃນຕອນບ່າຍຂອງວັນທີ 17 ກໍລະກົດ, ສົມທົບ ກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງຍັງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນ ລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນເຊັ່ນ: ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.