spot_img
Homeຂ່າວການພັດທະນານະຄອນຫລວງເລັ່ງຈັດສັນເຂດແຄມຂອງໃຫ້ເປັນເຂດສາທາລະນະສະອາດຈົບງາມ

ນະຄອນຫລວງເລັ່ງຈັດສັນເຂດແຄມຂອງໃຫ້ເປັນເຂດສາທາລະນະສະອາດຈົບງາມ

Published on

ປັດຈຸບັນເຂດແຄມຂອງຕອນເໜືອນັບແຕ່ສາມແຍກປາກປາສັກໄປຈົນຮອດບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນ ຫລວງວຽງຈັນ ທີ່ມີຄວາມຍາວປະມານ 600 ກວ່າແມັດນັ້ນ ທາງ ອໍານາດການປົກຄອງນະຄອນຫລວງວຽງຈັນແມ່ນບໍ່ອະນຸຍາດໃຫ້ຜູ້ປະກອບການຂາຍອາຫານຕ່າງໆນໍາອາຫານຂອງຕົນເຂົ້າໄປຂາຍໃນພື້ນທີ່ດັ່ງກ່າວແລ້ວ, ພາຍຫລັງເຫັນວ່າສ້າງຄວາມສັບສົນ ແລະ ກີດ ຂວາງການສັນຈອນໄປມາຂອງຜູ້ຄົນກໍຄືນັກທ່ອງທ່ຽວ,ພ້ອມທັງມີເສດອາຫານການກິນ ແລະ ຂີ້ເຫຍື້ອຕ່າງໆຖືກຖີ້ມລົງບໍລິເວນແຄມຂອງຫລາຍສົມຄວນ. ຊຶ່ງເມື່ອບໍ່ດົນມານີ້, ຜູ້ພັດທະນາເຂດດັ່ງ ກ່າວໄດ້ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາວ່າ: ການຍົກເລິກບໍ່ໃຫ້ມີຮ້ານຂາຍອາຫານໃນບໍລິເວນດັ່ງ ກ່າວແມ່ນເລີ່ມມາແຕ່ຕົ້ນເດືອນສິງຫານີ້, ເພື່ອປະຕິບັດຕາມຈິດໃຈຂອງອໍານາດການປົກຄອງນະ  ຄອນຫລວງ ເພື່ອເຮັດໃຫ້ເຂດດັ່ງກ່າວເປັນສະຖານສາທາລະນະທີ່ສະອາດ, ຈົບງາມ, ທັງເປັນບ່ອນພັກຜ່ອນຢ່ອນໃຈ, ຍ່າງອອກກໍາລັງກາຍ ແລະ ສັນຈອນໄປມາຊົມທິວທັດແມ່ນໍ້າຂອງໃນຍາມຄໍ່າຄືນຂອງຜູ້ຄົນກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນໃຫ້ປະກົດຜົນເປັນຈິງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນທີ່ ສ ປປ ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈະໄດ້ຈັດໃນຕົ້ນເດືອນກັນຍານີ້ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

 

ຂ່າວຈາກ http://laophatthananews.blogspot.com/2016/08/blog-post_30.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...