spot_img
Homeຂ່າວທ້ອງຖິ່ນນະຄອນຫລວງວຽງຈັນ ຈະສູ້ຊົນປ່ອຍປາໃຫ້ໄດ້ 8 ແສນກວ່າໂຕພາຍໃນ 9 ຕົວເມືອງ

ນະຄອນຫລວງວຽງຈັນ ຈະສູ້ຊົນປ່ອຍປາໃຫ້ໄດ້ 8 ແສນກວ່າໂຕພາຍໃນ 9 ຕົວເມືອງ

Published on

ຂປລ. ​​​​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ ນະຄອນຫລວງ​ວຽງຈັນ(ນວ), ຮ່ວມ​ກັບອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ ​ໄດ້​ຈັດ​ພິທີປ່ອຍ​ປາ ຈຳນວນ 176.000 ກວ່າ​ໂຕ ລົງ​ສູ່​​ທຳ​ມະ​ຊາດ (ອ່າງນໍ້າຊວງ) ບ້ານ​ສີວິໄລ ​ເມືອງ​ນາຊາຍທອງ ນະຄອນຫລວງ​ວຽງ​ຈັນ, ໃນ​ຕອນ​ເຊົ້າ​ວັນ​ທີ 13 ກໍລະກົດ ນີ້  ໃນໂອກາດວັນປ່ອຍ​ປາ ​ແລະ ອະນຸລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ ປະຈຳ​ປີ 2017 ໂດຍ​ມີ ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ບຸນ​ຂວາງ ຄຳ​ບຸນ​​ເຮືອງ ຮອງ​ລັດຖະມົນຕີ​ກະຊວງກະສິກຳ ​ແລະ ປ່າ​ໄມ້, ບັນດາຫົວໜ້າ​ກົມ-ຮອງ​ກົມ, ພ້ອມດ້ວຍພໍ່-​ແມ່​ປະຊາຊົນ​ ພາຍ​ໃນ​ບ້ານ ​ແລະ ພາກສ່ວນ​​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້ປະກອບມີ​ປາ​ນິນ, ປາ​ໄນ, ປາປາກ, ປາ​ເກັດ​ແລບ, ປານ​ວນຈັນ ​ແລະ ຊະນິດປາ​ອື່ນໆ ນອກ​ນັ້ນຍັງ​ໄດ້​ນຳ​ເອົາກົບ ​ແລະ ​ນົກ​ ຈຳນວນ​ໜຶ່ງມາ​ປ່ອຍ​ຕື່ມອີກ​ ​​ໂດຍ​ເນັ້ນໃສ່ປ່ອຍປາພັນພື້ນ​ເມືອງ ​ເພື່ອ​ສ້າງ​ເງື່ອນໄຂໃຫ້ປາພັນພື້ນເມືອງ ໄດ້ມີການ​ຂະຫຍາຍ​ພັນ​​ຕາມ​ທຳ​ມະ​ຊາດ ເຮັດ​ໃຫ້​ສັດ​ນ້ຳ​ຢູ່​ຕາມ​ທຳ​ມະ​ຊາດ ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ແລະ ນັບມື້ຫລາຍຂຶ້ນ, ສ້າງ​ຄວາມ​ສົມ​ດຸນ​ຂອງ​ລະບົບ​ນິ​ເວດ, ​ສ້າງ​ທ່າ​ແຮງດ້ານ​ສະບຽງອາຫານ ​ແລະ ກາຍ​ເປັນ​ສິນຄ້າ. ​

ໃນ​ໄລຍະ​ຜ່ານ​ມາ, ນະ​ຄອນ​ຫລວງ​ວຽງຈັນ ໄດ້​ເອົາ​ໃຈ​ໃສ່​ສ້າງ​ຂະ​ບວນ​ການ ​ແລະ ​ເຜີຍ​ແຜ່​​​ເນື້ອ​ໃນ, ຄວາມໝາຍຄວາມ​ສຳຄັນ ໃນ​ວັນ​ປ່ອຍ​ປາ​ແຫ່ງ​ຊາດທຸກໆປີ ​ເຮັດ​​ໃຫ້​ຂະ​ບວນການ​ມີ​ລັກສະນະ​ກ້ວາງ​ຂວາງ ​ແລະ ​ໄດ້​ຮັບ​ຜົນ​ດີ​ນັບ​ແຕ່​ປີ 1994 ຮອ​ດປີ 2016 ຕົວ​ເລກ​ການ​ປ່ອຍ​ປາ ​ແລະ ສັດ​ນ້ຳ​ອື່ນໆ ບັນລຸ​ເຖິງ 21.882.500 ກວ່າ​ໂຕ ສະ​ເພາະ​ປີ 2017 ນີ້, ຄາດ​ຄະ​ເນ​ຕົວ​ເລກ​ການ​ລະດົມ​ທຸກ​ພາກສ່ວນ​ປ່ອຍ​ປາ ຢູ່ 9 ຕົວ​ເມືອງ ​ໃນ​ນະຄອນຫລວງ​ວຽງ​ຈັນ ຈະ​ບັນລຸ​ເຖິງ 820.000 ກວ່າ​ໂຕ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...