spot_img
Homeມຸມຂ່າວ AECທ່ານ ນາຍົກ ເນັ້ນອາຊຽນ ຕ້ອງຍູ້ແຮງການເຊື່ອມຈອດໃຫ້ຫຼາຍຂຶ້ນ

ທ່ານ ນາຍົກ ເນັ້ນອາຊຽນ ຕ້ອງຍູ້ແຮງການເຊື່ອມຈອດໃຫ້ຫຼາຍຂຶ້ນ

Published on

ສະຖາບັນດ້ານຍຸດທະສາດ ແລະ ຄວາມເປັນຜູ້ນຳຂອງອາຊີ ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດກອງປະຊຸມຜູ້ນຳອາຊຽນຄັ້ງທີ 13 ຂຶ້ນ ເພື່ອເປັນເວທີປຶກສາຫາລືກ່ຽວກັບອະນາຄົດຂອງອາຊຽນ, ສິ່ງທ້າທາຍ ແລະ ກາລະໂອກາດໃນອາຊຽນ ໂດຍສະເພາະແມ່ນການເປັນປະຊາຄົມເສດຖະກິດອາຊຽນ.

ໃນໂອກາດດັ່ງກ່າວທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປລາວ ໄດ້ເນັ້ນວ່າ: ທຳອິດ ພວກເຮົາຈະຕ້ອງຍູ້ແຮງການເຊື່ອມຈອດ ພາຍໃນອາຊຽນໃຫ້ມີຄວາມຄືບໜ້າ ແລະ ສຳເລັດໂດຍພື້ນຖານ ແລະ ໃຫ້ພາກທຸລະກິດ ໂດຍສະເພາະພາກເອກະຊົນ ເຂົ້າຮ່ວມຢ່າງເຂັ້ມແຂງ, ໂດຍການເຊື່ອມຈອດທາງດ້ານພາກພື້ນດິນ ( ທາງລົດ, ທາງລົດໄຟ), ທາງອາກາດ, ທາງເຮືອ ລວມທັງລະບົບສາຍສົ່ງພະລັງງານ ແລະ ອື່ນໆ ເພື່ອດຶງດູດການລົງທຶນ, ສົ່ງເສີມການຄ້າ ແລະ ການທ່ອງທ່ຽວໃນອາຊຽນ.

 

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...