spot_img
Homeຂ່າວພາຍ​ໃນທ່ານ ຄໍາໄຕ ສະແດງຄວາມເປັນຫ່ວງຕໍ່ການສໍ້ລາດບັງຫຼວງຂອງສະມາຊິກພັກຯ

ທ່ານ ຄໍາໄຕ ສະແດງຄວາມເປັນຫ່ວງຕໍ່ການສໍ້ລາດບັງຫຼວງຂອງສະມາຊິກພັກຯ

Published on

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດ ໄດ້ເດີນທາງຢ້ຽມຢາມແຂວງອັດຕະປື ໃນຕອນບ່າຍ ວັນທີ 11 / 1 / 2018 ໂດຍມີທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະປະຈຳພັກແຂວງ ໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ ກໍ່ໄດ້ມີພິທີ ພົບປະໂອ້ລົມ ທີ່ສະໂມສອນຊັ້ນ 5 ສຳນັກງານອົງການປົກຄອງແຂວງ ໂດຍມີຄະນະພັກ, ຄະນະ ນຳຈາກພະແນກການອ້ອມຂ້າງ ຂອງແຂວງ ແລະ ເມືອງ ເຂົ້າຮ່ວມ. ໃນພິທີ ພາຍຫຼັງໄດ້ຮັບຟັງທ່ານເຈົ້າແຂວງ ລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງແລ້ວ ທ່ານ ຄຳໄຕ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ປະເດັນສຳຄັນ ນອກຈາກທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອ ການນຳພາ ຂອງພັກ ແລ້ວ ທ່ານຍັງໄດ້ສະແດງຄວາມເປັນຫ່ວງ ຕໍ່ຄວາມເປັນແບບຢ່າງ ຂອງພະນັກງານ ສະມາຊິກພັກ ທີ່ນຳພາແຕ່ລະຂົງເຂດໃນປັດຈຸບັນ, ເກີດມີການສໍ້ລາດ ບັງຫຼວງ ແລະ ເຮັດເປັນຂະບວນການ, ໂອກາດດັ່ງກ່າວ ທ່ານໄດ້ ຊີ້ນຳ ແລະ ເນັ້ນໃຫ້ແຂວງອັດຕະປື ກວດກາ ແລະ ປັບປຸງຄືນ ວຽກງານພັກ ໂດຍສະເພາະ ການກໍ່ສ້າງໜ່ວຍພັກແຂງ ຮູ້ນໍາພາຮອບດ້ານ ໃນແຕ່ລະຂົງເຂດ ລວມທັງຮາກຖານບ້ານ ກວດກາ ຄວາມຮັບຜິດຊອບ ການນຳພາ ຂອງສະມາຊິກພັກ ແຕ່ລະສະຫາຍ ໃນການເຮັດສຳເລັດໜ້າທີ່ຕາມພາລະບົດບາດ ພ້ອມທັງ ປັບປຸງຄືນ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານຫົວໜ່ວຍພັດທະນາ ໂດຍນຳໃຊ້ທ່າແຮງ ດ້ານຊັບພະຍາກອນມະນຸດ ແລະ ຊັບພະຍາກອນທຳມະຊາດ ເຂົ້າໃນການພັດທະນາ ໃຫ້ເກີດປະໂຫຍດສູງສຸດ ຕໍ່ປະຊາຊົນ ແລະ ປະເທດຊາດ.

ແຫຼ່ງຂ່າວ: ອັດຕະປືອອນລາຍ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...