spot_img
Homeຂ່າວພາຍ​ໃນທ່ານນາຍົກແນະນຳກະຊວງການເງິນ ໃຫ້ຈັດການພະນັກງານທີ່ຜິດວິໄນ ຖ່ວງດຶງການພັດທະນາໃຫ້ເດັດຂາດ

ທ່ານນາຍົກແນະນຳກະຊວງການເງິນ ໃຫ້ຈັດການພະນັກງານທີ່ຜິດວິໄນ ຖ່ວງດຶງການພັດທະນາໃຫ້ເດັດຂາດ

Published on

ອີງຕາມແຫຼ່ງຂ່າວຈາກສຳນັກງານນາຍົກລັດຖະມົນຕີໃຫ້ຮູ້ວ່າ ໃນຕອນບ່າຍ ຂອງວັນທີ 18 ສິງຫາ 2016 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືລາວ-ຍີ່ປຸ່ນ (ICTC), ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມວິຊາການ ວຽກງານງົບປະມານ-ຄັງເງິນແຫ່ງຊາດ ທົ່ວປະເທດ ສົກປີ 2015-2016 ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ; ທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ບັນດາຮອງລັດຖະມົນຕີ ກະຊວງ-ອົງການຂັ້ນສູນກາງ; ບັນດາພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ການເງິນ; ບັນດາຫົວໜ້າພະແນກການເງິນ ແລະ ຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ. ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ 400 ກວ່າທ່ານ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ. ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍ-ຄວາມສຳຄັນ ຂອງວຽກງານການເງິນ, ສະພາບການເງິນ ຂອງປະເທດ ໃນແຕ່ລະໄລຍະ ທັງອະດີດ ແລະ ປະຈຸບັນ; ຄວາມເປັນແບບຢ່າງ ແລະ ຄວາມເຂັ້ມງວດ ໃນການນຳພາ, ການປະຕິບັດວິໄນແຜນການ-ການເງິນ, ການຄຸ້ມຄອງ ແລະ ນຳໃຊ້ເງິນ ກໍ່ຄື ງົບປະມານ ຂອງຜູ້ນຳຮຸ່ນກ່ອນ. ພ້ອມທັງ ນຳສະເໜີໃຫ້ຮູ້ ສະພາບເສດຖະກິດ-ການເງິນຢູ່ພາຍໃນ ແລະ ຕ່າງປະເທດ ໃນປະຈຸບັນ. ທັງນີ້ ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມ ນຳເອົາບົດຮຽນ ແລະ ບັນຫາຕ່າງໆ ທີ່ໄດ້ຕັ້ງຂຶ້ນ ສືບຕໍ່ໄປຄົ້ນຄວ້າ ແລະ ປັບປຸງ ວຽກງານການເງິນໃຫ້ດີຂຶ້ນກວ່າເກົ່າ. ທີ່ສຳຄັນ ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຂະແໜງການເງິນ ເອົາໃຈ ໃສ່ຕື່ມບາງບັນຫາ ເປັນຕົ້ນ ໃຫ້ສືບຕໍ່ແກ້ໄຂບັນຫາການເກັບລາຍຮັບ ໃນຈຸດ ຫຼື ຂົງເຂດທີ່ປະຕິບັດບໍ່ທັນໄດ້ດີ ຢ່າງສຸດຄວາມສາມາດ; ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ ລວມທັງບຸກຄົນທີ່ເຫັນວ່າມີບັນຫາ, ປະຕິບັດວຽກງານບໍ່ມີປະສິດທິຜົນ ແລະ ກີດຂວາງການພັດທະນາ, ເດັດຂາດບໍ່ປະປ່ອຍໃຫ້ຜູ້ທີ່ກະທຳຜິດ ສືບຕໍ່ທຳຜິດອີກຕໍ່ໄປ; ຄົ້ນຄວ້າປັບປຸງກົນໄກໃດທີ່ເຫັນວ່າຫຼ້າຫຼັງ ຫຼື ບໍ່ແທດເໝາະກັບ ສະພາບປະຈຸບັນ; ຮີບຮ້ອນຄົ້ນຄວ້າວາງແຜນໃໝ່ ໂດຍສະເພາະ ແຜນງົບປະມານປີ 2017. ໃນນັ້ນ, ການສ້າງແຜນ ຕ້ອງແທດເໝາະກັບຕົວຈິງ, ຖືກທິດ, ຖືກຕ້ອງ-ສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍການພັດທະນາ, ອັນໃດທີ່ເຫັນ ວ່າບໍ່ສາມາດປະຕິບັດໄດ້ ກໍ່ຄວນນຳສະເໜີ ແລະ ປຶກສາຫາລືກັນດ້ວຍເຫດດ້ວຍຜົນ. ພ້ອມທັງ ຄົ້ນຄວ້າຕີລາຄາ ຢ່າງມີວິທະຍາສາດ ໃນການຄາດການ ຕໍ່ສະພາບເສດຖະກິດ-ການເງິນ ໃນອະນາຄົດ ໃຫ້ຖືກຕ້ອງ, ຊັດເຈນ ແລະ ກາຍເປັນຈິງ.
18.08.2016.02 18.08.2016.04

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...