spot_img
Homeຂ່າວຕ່າງປະເທດທູດມຽນມາປະຈຳອົງການ UNDP ຖືກປົດຫຼັງຍົກ 3 ນິ້ວຕໍ່ຕ້ານລັດຖະປະຫານ

ທູດມຽນມາປະຈຳອົງການ UNDP ຖືກປົດຫຼັງຍົກ 3 ນິ້ວຕໍ່ຕ້ານລັດຖະປະຫານ

Published on

ກອງທັບມຽນມາສັ່ງປົດທ່ານ ຈໍ ໂມ ຕຸນ ທູດມຽນມາປະຈຳອົງການສະຫະປະຊາຊາດ ຫຼື ຢູເອັນ ອອກຈາກຕຳແໜ່ງຫຼັງຈາກທີ່ເຂົາຮຽກຮ້ອງໃຫ້ຢູເອັນໃຊ້ມາດຕະການທຸກທາງເພື່ອຂັດຂວາງກອງທັບມຽນມານຳປະຊາທິປະໄຕກັບຄືນສູ່ປະເທດ ພ້ອມທັງຊູສັນຍາລັກສາມນິ້ວເພື່ອສະແດງໃຫ້ເຫັນວ່າບໍ່ຍອມຮັບການກໍ່ລັດຖະປະຫານ.

ຫຼ້າສຸດ, ເມື່ອວັນທີ 27 ກຸມພາ 2021 ກອງທັບມຽນມາລະບຸວ່າໄດ້ປົດທ່ານ ຈໍ ໂມ ຕຸນ ອອກຈາກຕຳແໜ່ງແລ້ວ.

ສຳນັກຂ່າວຣອຍເຕີລາຍງານວ່າ ການກ່າວຖະແຫຼງການທີ່ສວນທາງກັບຜູ້ກຸມອຳນາດໃນປະເທດແບບລັກສະນະນີ້ຂອງ ທ່ານ ຈໍ ໂມ ຕຸນ ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ລາວເອງກໍ່ມີທ່າທີສະເທືອນໃຈໃນຂະນະທີ່ອ່ານຖະແຫຼງການໃນນາມຂອງກຸ່ມນັກການເມືອງທີ່ໄດ້ເລືອກຕັ້ງເຂົ້າມາ ໂດຍທ່ານ ຈໍ ໂມ ຕຸນ ລະບຸວ່າເຂົາເປັນຜູ້ແທນຂອງລັດຖະບານທີ່ຖືກຕ້ອງຕາມກົດໝາຍ.

ໃນເວລາຕໍ່ມາ ທ່ານ ຈໍ ໂມ ຕຸນ ເນັ້ນຢໍ້າກັບບີບີຊີວ່າ ເຂົາຖືກແຕ່ງຕັ້ງໂດຍລັດຖະບານພັກ NLD ແລະຍັງຖືວ່າຕົນເອງເປັນຕົວແທນຂອງລັດຖະບານທີ່ຖືກຕ້ອງຕາມກົດໝາຍ ແລະ ຕັດສິນໃຈ ນຳໃຊ້ເວທີສົນທະນາໃນກອງປະຊຸມສະຫະປະຊາຊາດເພື່ອເວົ້າເຖິງຄວາມເຈັບປວດທີ່ປະຊາຊົນມຽນມາກຳລັງປະເຊີນຢູ່ ເຊິ່ງຕົນເອງກໍ່ແມ່ນປະຊາຊົນຄົນໜຶ່ງ.

ເອກອັກຄະລັດຖະທູດມຽນມາປະຈຳສະຫະປະຊາຊາດກໍ່ໄດ້ກ່າວວ່າ ໄດ້ຄິດທົບທວນເຖິງຜົນກະທົບທີ່ຈະຕາມມາຈາກການກະທົບທີ່ຈະຕາມມາຈາກການກະທຳນີ້ ແລະ ຈະດຳລົງຕຳແໜ່ງນີ້ຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...