spot_img
Homeຂ່າວທ້ອງຖິ່ນທຸກອຸມົງຕາມເສັ້ນທາງໂຄງການລົດໄຟລາວ-ຈີນໄດ້ຊີເຈາະທະລຸສໍາເລັດຢ່າງສົມບູນ

ທຸກອຸມົງຕາມເສັ້ນທາງໂຄງການລົດໄຟລາວ-ຈີນໄດ້ຊີເຈາະທະລຸສໍາເລັດຢ່າງສົມບູນ

Published on

ອີງຕາມຂໍ້ມູນຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ ໃນເວລາປະມານ 10 ໂມງ ຂອງວັນທີ 29 ກັນຍາ 2020, ສຽງລະເບີດຂອງການເຈາະອຸມົງ ດັງກ້ອງສະໜັ່ນໄປທົ່ວບໍລິເວນ ນັ້ນແມ່ນໂຄງການຈຸດສຸມຂອງໂຄງການລົດໄຟ ລາວ-ຈີນ ໄດ້ສໍາເລັດການເຈາະທະລຸອຸມົງ ຊຽງເງິນ ເລກ 3 ທີ່ແຂວງຫຼວງພະບາງ.

ສຳນັກຂ່າວສານປະເທດລາວ ລາຍງານວ່າ ຮອດປັດຈຸບັນ, ອຸມົງ 75 ແຫ່ງຕະຫຼອດແລວທາງລົດໄຟລາວ-ຈີນ ໄດ້ສຳເລັດການຊີເຈາະທະລຸຢ່າງປອດໄພ ເຊິ່ງການຊີເຈາະອຸມົງ ຕາມແລວທາງນີ້ເປັນປັດໄຈສຳຄັນຫຼາຍຕໍ່ໂຄງການລົດໄຟ ລາວ-ຈີນ ໃນທີ່ສຸດມາຮອດປັດຈຸບັນ ແມ່ນໄດ້ສຳເລັດການຊີເຈາະທະລຸທົ່ວທຸກອຸມົງ ຢ່າງສົມບູນ ເຊິ່ງເປັນຂີດໝາຍທີ່ບົ່ງບອກໃຫ້ຮູ້ວ່າ ໂຄງການລົດໄຟລາວ-ຈີນ ໄດ້ສຳເລັດວຽກງານວິສະວະກຳໂຍທາ ອັນຍິ່ງໃຫຍ່ ແລະ ຈະກ້າວເຂົ້າສູ່ການສຸມໃສ່ວຽກງານຕິດຕັ້ງລາງລົດໄຟຢ່າງຕັ້ງໜ້າ ແລະ ຈະຫັນຈາກວຽກງານກໍ່ສ້າງມາ ເປັນວຽກງານຄຸ້ມຄອງການດຳເນີນການ.

ປັດຈຸບັນ, ວຽກງານໂຄງການທາງລົດໄຟ ລາວ-ຈີນ ມີ ການກໍ່ສ້າງອຸມົງ ແມ່ນສຳເລັດແລ້ວ, ການວາງລາງ ສຳເລັດ 32% ກວມເອົາ 148 ກິໂລແມັດ, ອາຄານສະຖານີ ນາເຕີຍ ໄດ້ສຳເລັດການເທຫຼັງຄາ, ສະຖານີໂພນໂຮງ ແລະ ສະຖານີກາສີ ແມ່ນໃກ້ຈະໄດ້ເທຫຼັງຄາ. ຫຼັງຈາກໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ໃນຈີນ ຜ່ອນຄາຍລົງ ຍິ່ງເຮັດໃຫ້ການກໍ່ສ້າງແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ຍັງໄດ້ຮັບຂ່າວດີຢ່າງເປັນປະຈຳ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...