spot_img
Homeຂ່າວພາຍ​ໃນທີມລີເວີພູລໝົດລຸ້ນແຊັມ ຣ໊ອດເຈີ ຍົກໃຫ້ ແມນຊິຕີ ໄດ້ແຊັມ ພຣີເມຍລີກແນ່ນອນ

ທີມລີເວີພູລໝົດລຸ້ນແຊັມ ຣ໊ອດເຈີ ຍົກໃຫ້ ແມນຊິຕີ ໄດ້ແຊັມ ພຣີເມຍລີກແນ່ນອນ

Published on

A
ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມ ລິເວີພູລ

ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມ ລິເວີພູລ ຮັບສະພາບຕອນນີ້ ແມນເຊັສເຕີ ຊິຕີ ຈະໄດ້ແຊັມລີກ ແນ່ນອນແລ້ວ ຫຼັງຈາກທີ່ທີມຂອງຕົນເອງພາດທ່າເຮັດໄດ້ພຽງສະເໝີ ຄຣິສຕັນ ພາເລຊ 3-3 ໃນການແຂ່ງຂັນພຣີເມຍລີກ ໄລຍະໂຄ້ງສຸດທ້າຍ ເມື່ອວັນຈັນທີ 5 ພຶດສະພາທີ່ຜ່ານມາ ພ້ອມທັງຊີ້ ລິເວີພູລ ຫຼິ້ນເກມຮັບໄດ້ໜ້າຜິດຫວັງຫຼາຍ.
ລິເວີພູລ ເຮັດຄືວ່າຈະເກັບ 3 ຄະແນນໄດ້ແບບສະບາຍໆ ຫຼັງນຳຫ່າງໄປເຖິງ 3 ປະຕູຈາກ ໂຈ ອັລເລນ ໃນນາທີໆ 18, ແດນຽລ ສະເຕີຣິດ ນາທີ 53 ແລະ ຫຼຸຍ ຊົວເຣຊ ນາທີ 55 ແຕ່ກັບເກີດເລື່ອງຊຸດຜິດຫວັງ ເມື່ອເຈົ້າຖິ່ນໃຊ້ຫເວລາພຽງ 10 ນາທີ ກໍ່ຕາມຕີສະເໝີໄດ້ຈາກຜົນງານຂອງ ເດມຽນ ເດລານີ ນາທີໆ 79 ແລະ ອີກ 2 ລູກຈາກ ດະໄວທ໌ ເກລ ນາທີ 81 ແລະ 89.
ເຖິງວ່າການສະເໝີໃນຄັ້ງນີ້ຈະເຮັດໃຫ້ ລິເວີພູລ ກັບໄປເປັນຜູ້ນໍາອີກຄັ້ງ ດ້ວຍຄະແນນລວມ 81 ຄະແນນ ຈາກການລົງແຂ່ງ 37 ນັດ ເຊິ່ງນຳໜ້າ ແມນຊິຕີ ພຽງແຕ່ 1 ຄະແນນ ແຕ່ ແມ່ນຊິຕີ ລົງແຂ່ງໜ້ອຍກວ່າ 1 ນັດ ແລະ ມີຜົນປະຕູໄດ້ເສຍດີກວ່າເຖິງ 9 ລູກແລ້ວ ນັ້ນກໍ່ເຮັດໃຫ້ໂອກາດການໄດ້ແຊັມຂອງ ລິເວີພູລ ຫຼຸດມືໄປທັນທີ.
ຣ໊ອດເຈີ ໃຫ້ສໍາພາດກັບ ບີບີຊີ ສະປອດ ສື່ກີລາຊື່ດັງຂອງອັງກິດວ່າ: “ແມນຊິຕີ ມີເຖິງ 99 ປະຕູໃນລີກ ເຊິ່ງຖືເປັນຄວາມສຳເລັດສຸດຂີດຂອງທີມ ແຕ່ຕ້ອງຮັບໃຫ້ດີອີກດ້ວຍ, ມັນບໍ່ມີປະໂຫຍດເລີຍທີ່ຈະຍິງປະຕູໄດ້ເປັນກອບເປັນກຳຖ້າຫາກເຈົ້າຕັ້ງຮັບເໝືອນທີ່ພວກເຮົາຕັ້ງຮັບໃນວັນນີ້, ຕອນນີ້ມັນແນ່ນອນແລ້ວວ່າ ແມນຊິຕີ ຈະເດີນໜ້າເອົາໄຊຊະນະ ແລະ ໄດ້ແຊັມໄປຄອງ”.
ຜູ້ຈັດການທີມຊາວອຽກລັງເໜືອກ່າວຕື່ມວ່າ: ພວກເຮົາຕ້ອງຊະນະໃນນັດນີ້ ເພື່ອກົດດັນພວກເຂົາຕໍ່ໄປໃນການລົງຫຼິ້ນນັດສຸດທ້າຍ ແຕ່ເຮົາກັບເຮັດຢ່າງນັ້ນບໍ່ໄດ້ ເຊິ່ງຖືເປັນຄວາມຜິດຫວັງສຸດໆ ແລະ ຂ້ອຍຄິດວ່າ ແມນຊິຕີ ຈະຊະນະ 2 ນັດສຸດທ້າຍໃນບ້ານຂອງພວກເຂົາໄດ້, ຕ້ອງຂໍສະແດງຄວາມຍິນດີກັບ ຄຣິສຕັນ ພາເລຊ ອີກດ້ວຍ ທີ່ພວກເຂົາກັບມາໄດ້ຢ່າງໂດດເດັ່ນ ແລະ ລົງໂທດພວກເຮົາຈາກຄວາມຜິດຜາດຂອງເຮົາໄດ້”.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...