spot_img
Homeຂ່າວພາຍ​ໃນທີມຊາດລາວ ບໍ່ສາມາດຜ່ານ ທີມຊາດເນປານ ເຮັດໄດ້ພຽງ ເຂົ້າຊີງອັນດັບທີ 3 ເທົ່ານັ້ນ

ທີມຊາດລາວ ບໍ່ສາມາດຜ່ານ ທີມຊາດເນປານ ເຮັດໄດ້ພຽງ ເຂົ້າຊີງອັນດັບທີ 3 ເທົ່ານັ້ນ

Published on

ການແຂ່ງຂັນບານເຕະ AFC Solidarity Cup 2016 ຈັດການແຂ່ງຂັນຢູ່ທີ່ ປະເທດມາເລເຊຍ ລະຫວ່າງວັນທີ 02-15 ພະຈິກ 2016 ທີມຊາດລາວ ບໍ່ສາມາດຜ່ານ ທີມຊາດເນປານ ເຮັດໄດ້ພຽງ ເຂົ້າຊີງອັນດັບທີ 3 ເທົ່ານັ້ນ.

ໃນມື້ນີ້ວັນທີ 12 ພະຈິກ ເວລາ 15:30 ທີມຊາດລາວ ລົງສະໜາມແຂ່ງຂັນ ຮອບຮອງຊະນະເລີດ ພົບກັບ ທີມຊາດເນປານ  ເຊິ່ງຈົບການແຂ່ງຂັນ 90 ນາທີ ສະເໝີກັນໄປ 1 ປະຕູຕໍ່ 1 ຕ້ອງໄດ້ຕໍ່ເວລາພິເສດອອກໄປອີກ 30 ນາທີ ແລະ ແຕ່ລະທີມກໍ່ຍິງເພີ່ມໄດ້ອີກ ທີມລະ 1 ປະຕູ ເຮັດໃຫ້ຈົບ 120 ນາທີ ສະເໝີກັນ 2 ປະຕູຕໍ່ 2 ຕ້ອງໄດ້ຕັດສິນ ໂດຍການດວນຈຸດໂທດ ແລະ ເປັນທາງ ທີມຊາດລາວ ທີ່ຍິງບໍ່ເຂົ້າເຖິງ 3 ລູກຕິດ ໃນຂະນະທີ ທີມຊາດເນປານ ສາມາດຍິງເຂົ້າ 3 ປະຕູລວດ ສົ່ງຜົນເຮັດໃຫ້ ທີມຊາດລາວ ເສຍການດວນຈຸດໂທໃຫ້ ທີມຊາດເນປານ 0 ປະຕູຕໍ່ 3.

ຕາຕະລາງແຂ່ງຂັນ ຊີງອັນດັບທີ 3 ຈະມີຂຶ້ນໃນວັນທີ 14 ພະຈິກ ເວລາ 18:30 ໂດຍທີ່ ທີມຊາດລາວ ຈະລົງສະໜາມແຂ່ງຂັນກັບ ຜູ້ເສຍລະຫວ່າງ ເຂດປົກຄອງພິເສດ ມາເກົ້າ ກັບ ທີມຊາດບຣູໄນ

ຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ແຟນບານລາວ ທີ່ຕິດຕາມການແຂ່ງຂັນ ຜິດຫວັງພໍສົມຄວນ ແຕ່ເໜືອສິ່ງອື່ນໃດ ທັບນັກກິລາ ທີມຊາດລາວ ກໍ່ຍັງຕ້ອງການກຳລັງໃຈຈາກ ແຟນບານສະເໝີ ແລະ ເຮົາມາລູ້ນຕໍ່ໄປວ່າ ທີມຊາດລາວ ຈະສາມາດຄວ້າອັນດັບທີ 3 ມາຄອງ ໄດ້ຫຼືບໍ່ laosportnews ຂໍເຊີຍ ທີມຊາດລາວ ເຖິງວິນາທີສຸດທ້າຍ.

ຂອບໃຈພາບຈາກ the-afc.com

ຂອບໃຈຂ່າວຈາກ: 
span style=”color: #ff0000;”>ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...