ທີມຊາດລາວພົບກັບທີມຊາດເນປານ ນັດທີ 2 ໃນການແຂ່ງຂັນບານໂລກ 2026

0
964

ທີມຊາດລາວຊຸດໃຫຍ່ ພົບກັບ ທີມຊາດເນປານ ນັດທີ 2 ໃນການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍຈະມີການແຂ່ງຂັນຂຶ້ນໃນວັນທີ 17 ຕຸລາ 2023 ທີ່ຈະມາເຖິງນີ້ ເວ​ລາ 19:00 ໂມງ ທີ່ ສະໜາມກິລາແຫ່ງຊາດ ຫຼັກ 16.

ໃນການພົບກັນນັດທໍາອິດ ໄດ້ແຂ່ງຂັນສຳເລັດແລ້ວໃນວັນທີ 12 ຕຸລາ 2023 ທີ່ຜ່ານມາ ຢູ່ທີ່ສະ​ໜາມ ​Dashrath Stadium, Kathmandu ປະເທດເນປານ,​ ທີມຊາດລາວ ສະເໝີ ກັບ ທີມຊາດເນປານ 1-1.

​ການຄັດເລືອກຮອບທໍາອິດນີ້ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

ສຳລັບ 10 ທີມທີ່ຊະນະ ໃນຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

ບັດເຂົ້າຊົມການແຂ່ງຂັນດັ່ງກ່າວແມ່ນ 20.000 ກີບ ທຸກບ່ອນນັ່ງ, ສາມາດຊື້ໄດ້ ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ​ ແລະ ສະໜາມກິລາແຫ່ງຊາດ ຫຼັກ16.

ແຕ່ສຳລັບແຟນບານ ທີ່ໃສ່ເສື້ອທີມຊາດລາວ ທຸກລຸ້ນ ເຊິ່ງເປັນລຸ້ນໃດກໍໄດ້ ແມ່ນສາມາດຮັບບັດເຂົ້າຮັບຊົມການແຂ່ງຂັນຢູ່ທີ່ຫນ້າສະໜາມໃນມື້ແຂ່ງຂັນໄດ້ຟຣີ.

ຂ່າວຈາກ ວຽງຈັນທາຍ

ພາບຈາກ ສະຫະພັນບານເຕະແຫ່ງຊາດລາວ