Homeຂ່າວພາຍ​ໃນມີແຮງງານ ແລະ ນັກສຶກສາລາວໃນປະເທດອິດສະຣາແອນແທ້ບໍ່

ມີແຮງງານ ແລະ ນັກສຶກສາລາວໃນປະເທດອິດສະຣາແອນແທ້ບໍ່

Published on

ຈາກສະຖານະການທີ່ທະວີຄວາມຮຸນແຮງຂຶ້ນເລື່ອຍໆລະກວ່າງ ອິດສະຣາແອນ ແລະ ປາເລສໄຕ໌ (ກຸ່ມຮາມາສ) ໄດ້ຕໍ່ສູ້ກັນ ສົ່ງຜົນໃຫ້ປັດຈຸບັນ ມີລາຍງານຈຳນວນຄົນເສຍຊີວິດຫຼາຍກວ່າ 2.800 ຄົນ.

ໃນອິດສະລະເອວ ກໍມີລາຍງານຈຳນວນແຮງງານ ແລະ ນັກສຶກສາຕ່າງປະເທດທີ່ເດີນທາງເພື່ອໄປເຮັດວຽກ ແລະ ສຶກສາຢູ່ພາຍໃນປະເທດດັ່ງກ່າວດ້ວຍ ໃນນັ້ນກໍມີປະເທດໄທ ຫວຽດນາມ ແລະ ກຳປູເຈຍເປັນຕົ້ນ.

ໂດຍທາງການໄທລາຍງານວ່າ ມີຈຳນວນແຮງງານທີ່ໄປເຮັດວຽກຢູ່ນັ້ນຫຼາຍກວ່າ 100 ຄົນ ເຊິ່ງກໍມີການສົ່ງເຮືອບິນໄປຮັບປະຊາຊົນໄທໃນອິດສະຣາແອນກັບປະເທດແລ້ວຈຳນວນໜຶ່ງ ນອກນີ້ ໜຶ່ງໃນແຮງງານໄທ ກໍໄດ້ບອກວ່າ ມີແຮງງານໄທຈຳນວນຫຼາຍທີ່ເສຍຊີວິດຈາກເຫດການດັ່ງກ່າວ ໃນນັ້ນກໍມີອີກຫຼາຍປະເທດອ້ອມຂ້າງທີ່ໄປເຮັດວຽກຢູ່ອິດສະລະເອວ ປະກອບມີ ກຳປູເຈຍ ຫວຽດນາມ ແລະ ລາວ.

ຫຼ້າສຸດ ຜູ້ໃຊ້ບັນຊີຕິກຕັອກ Noy Srisomboun ໄດ້ກ່າວວ່າຕົນເປັນໜຶ່ງໃນນັກສຶກສາທີ່ເຄີຍໄປເຝິກງານຢູ່ອິດສະຣາແອນ ພ້ອມລະບຸວ່າ ປັດຈຸບັນມີນັກສຶກສາທີ່ໄປເຝິກງານຢູ່ປະເທດອິດສະຣາແອນ ມີປະມານ 140 ຄົນ ແລະ ຍັງຄົງຢູ່ໃນປະເທດນັ້ນ ແຕ່ສ່ວນຫຼາຍນັກສຶກສາແມ່ນຢູ່ທາງພາກໃຕ້ຂອງປະເທດ ຍັງຫ່າງໄກຈາກບໍລິເວນທີ່ມີສົງຄາມ ໃນຂະນະທີ່ສົງຄາມແມ່ນເກີດຂຶ້ນຢູ່ພາກກາງ, ຢ່າງໃດກໍຕາມ ມັນກໍຍັງມີຄວາມອັນຕະລາຍ ບໍ່ຮູ້ວ່າສົງຄາມມັນຈະກວມເອົາຫຼາຍເຂດພຽງໃດ.

ທັ້ງນີ້ ທາງການລາວກໍແຈ້ງວ່າ ໄດ້ຕິດຕາມສະຖານະການລະຫວ່າງ ອິດສະຣາແອນ ແລະ ປາເລສໄຕ໌ ຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງ ແຕ່ຍັງບໍ່ມີການລາຍງານຈຳນວນຕົວເລກແຮງງານ ຫຼື ນັກສຶກສາລາວ ທີ່ຢູ່ໃນປະເທດອິດສະລະເອວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...