spot_img
Homeເກາະຕິດກິລາຊີເກມທີມຊາດລາວບໍ່ສາມາດຍາດຫຼຽນຄຳໄດ້ໃນຊີເກມຄັ້ງທີ28ທີ່ສິງກະໂປ

ທີມຊາດລາວບໍ່ສາມາດຍາດຫຼຽນຄຳໄດ້ໃນຊີເກມຄັ້ງທີ28ທີ່ສິງກະໂປ

Published on

ສິ້ນສຸດພາລະກິດຂອງທັບນັກກິລາລາວ ຢ່າງເປັນທາງການແລ້ວ, ຫລັງຈາກທີ່ລົງແຂ່ງຂັນໃນມື້ນີ້ເປັນມື້ສຸດທ້າຍສອງລາຍການ ກະຕໍ້ປະເພດຄູ່ ທັງຍິງ ແລະ ຊາຍ ໃນຮອບຮອງຊະນະເລີດ ເສຍໃຫ້ມຽນມາ ໝົດ (ໄດ້ຫລຽນທອງ ປອບໃຈ), ເຊັ່ນດຽວກັນກັບ ເປຕັງ ປະເພດທີມຍິງ ແລະ ຊາຍ ໃນຮອບຮອງຊະນະເລີດ ທີມຍິງ ເສຍໃຫ້ ມາເລເຊຍ 5 ຕໍ່ 13, ໃນຂະນະທີ່ທີມຊາຍ ເສຍໃຫ້ໄທ 12 ຕໍ່ 13, ສຸດທ້າຍເປັນອັນວ່າຈົບເສັ້ນທາງພຽງຫລຽນທອງອີກເຊັ່ນກັນ.

ສະຫລຸບຜົນງານຂອງທັບນັກກິລາລາວໄປຊີເກມຄັ້ງນີ້ ໄດ້ມາພຽງ 4 ຫລຽນເງິນ ກັບ 25 ຫລຽນທອງ ລວມ 29 ຫລຽນ ເປັນອັນດັບທີ 9 ຂອງຕາຕະລາງຄະແນນ, ບໍ່ສາມາດຍາດຫຼຽນຄຳມາໃຫ້ແຟນກິລາລາວໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້

ອັນດັບຕະຕະລາງຫຼ້າສຸດໃນງານມະຫະກຳກິລາຊີເກມຄັ້ງທີ 28

– ອັນດັບທີ 1 ແມ່ນ ໄທ ມີ 92 ຫຼຽນຄຳ, 83 ຼຫຽນເງິນ, 68 ຫຼຽນທອງ ລວມມີ 243 ຫຼຽນ
– ອັນດັບທີ 2 ແມ່ນ ສິງກະໂປ (ເຈົ້າພາບ) ມີ 83 ຫຼຽນຄຳ, 73 ຫຼຽນເງິນ, 102 ຫຼຽນທອງ ລວມມີ 258 ຫຼຽນ
– ອັນດັບທີ 3 ແມ່ນ ຫວຽດນາມ ມີ 73 ຫຼຽນຄຳ, 52 ຫຼຽນເງິນ, 60 ຫຼຽນທອງ ລວມມີ 185 ຫຼຽນ
– ອັນດັບທີ 4 ແມ່ນ ມາເລເຊຍ ມີ 60 ຫຼຽນຄຳ, 53 ຫຼຽນເງິນ, 66 ຫຼຽນທອງ ລວມມີ 179 ຫຼຽນ
– ອັນດັບທີ 5 ແມ່ນ ອິນໂດເນເຊຍ ມີ 45 ຫຼຽນຄຳ, 57 ຫຼຽນເງິນ, 74 ຫຼຽນທອງ ລວມມີ 176 ຫຼຽນ
– ອັນດັບທີ 6 ແມ່ນ ຟີລິບປິນ ມີ 28 ຫຼຽນຄຳ, 36 ຫຼຽນເງິນ, 66 ຫຼຽນທອງ ລວມມີ 130 ຫຼຽນ
– ອັນດັບທີ 7 ແມ່ນ ມຽນມາ ມີ 12 ຫຼຽນຄຳ, 25 ຫຼຽນເງິນ, 31 ຫຼຽນທອງ ລວມມີ 68 ຫຼຽນ
– ອັນດັບທີ 8 ແມ່ນ ກຳູປູເຈຍ ມີ 1 ຫຼຽນຄຳ, 5 ຫຼຽນເງິນ, 9 ຫຼຽນທອງ ລວມມີ 15 ຫຼຽນ
– ອັນດັບທີ 9 ແມ່ນ ລາວ ມີ 4 ຫຼຽນເງິນ, 25 ຫຼຽນທອງ ລວມມີ 29 ຫຼຽນ
– ອັນດັບທີ 10 ແມ່ນ ບຣູໄນ ມີ 1 ຫຼຽນເງິນ, 6 ຫຼຽນທອງ ລວມມີ 7 ຫຼຽນ
– ອັນດັບທີ 11 ແມ່ນ ຕີມໍເລສເຕ ມີ 1 ຫຼຽນເງິນ, 1 ຫຼຽນທອງ ລວມມີ 2 ຫຼຽນ

11304183_800531873387980_430156754_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...