spot_img
Homeຂ່າວພາຍ​ໃນທີມຊາດລາວຈະລົງເຕະນັດທຳອິດພົບທີມຊາດໄທໃນສິງກະໂປເກມ

ທີມຊາດລາວຈະລົງເຕະນັດທຳອິດພົບທີມຊາດໄທໃນສິງກະໂປເກມ

Published on

ໃນການແຂ່ງຂັນບານເຕະຊາຍໃນຊີເກມ 2015 ທີ່ສິງກະໂປ, ທີມຊາດລາວຈະລົງສະໜາມນັດທຳອິດພົບກັບທີມຊາດໄທ, ໃນວັນສຸກວັນທີ 29 ພຶດສະພາ 2015 ເວລາ 19:30 ໂມງ, ເຊິ່ງກົງກັບເວລາ 20:30 ໃນປະເທດສິງກະໂປ

ທ່ານເດວິດບູດ ຄູເຝີກທີມຊາດລາວໄດ້ນຳພານັກກິລາທົດສອບຄວາມພ້ອມຫຼາຍຄັ້ງ ເຫັນວ່າມີການພັດທະນາອີກຂັ້ນໜຶ່ງ ແລະ ມາຮອດມື້ນີ້ ທັງຄູເຝີກ ແລະ ນັກກິລາທຸກຄົນມີຄວາມພ້ອມເຕັມຮ້ອຍເພື່ອຮັບມືກັບທີມຊາດໄທ ແລະ ທຸກຄົນໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຮັດສຸດຄວາມສາມາດເພື່ອໃຫ້ມີຜົນງານອອກມາດີທີ່ສຸດ ເຖິງແມ່ນວ່າທີມໄທເປັນອີກທີມໜຶ່ງທີ່ມີຄວາມແຂງແກ່ນກໍ່ຕາມ.

ສຳລັບການແຂ່ງຂັນເຕະບານຊາຍ ຢູ່ຊີເກມ ແບ່ງອອກເປັນ 2 ກຸ່ມ ໃນນີ້ທີມຊາດລາວຢູ່ ກຸ່ມ B ເຊິ່ງນັດທຳອິດຈະພົບກັບທີມຊາດໄທ ໃນວັນທີ 29 ພຶດສະພາ 2015, ນັດທີ 2 ຈະພົບກັບທີມຊາດບຣູໄນ ໃນວັນທີ 31 ພຶດສະພາ 2015, ນັດທີ 3 ຈະພົບກັບທີມຊາດ ຫວຽດນາມ ໃນວັນທີ 4 ມີຖຸນາ 2015, ນັດທີ 4 ຈະພົບກັບທີມຊາດ ຕີມໍເລສເຕ ໃນວັນທີ 9 ມີຖຸນາ 2015 ແລະ ນັດສຸດທ້າຍຂອງຮອບທຳອິດຈະພົບກັບ ທີມຊາດ ມາເລເຊຍ ໃນວັນທີ 11 ມີຖຸນາ 2015, ທຸກນັດທີ່ລາວລົງແຂ່ງຂັນແມ່ນ ເວລາ 19:30 ໂມງ ຕາມເວລາບ້ານເຮົາ.

ກຽມຕິດຕາມທີ່ໜ້າຈໍນຳກັນໄດ້ທົ່ວປະເທດທາງໂທລະພາບຊ່ອງ TV Lao HD, ຢ່າລືມເປັນກຳລັງໃຈໃຫ້ນັກກິລານຳກັນເດີ

 

11053231_1610616312489221_7581604343908970536_n

11235439_1607764492774403_1663606496887660648_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...