spot_img
Homeຂ່າວພາຍ​ໃນທີມກູ້ໄພສາມາດກູ້ສົບນັກຮຽນຈົມນ້ຳໄດ້ແລ້ວ 1 ສົບ

ທີມກູ້ໄພສາມາດກູ້ສົບນັກຮຽນຈົມນ້ຳໄດ້ແລ້ວ 1 ສົບ

Published on

ຂປລ: ຕອນແລງປະມານ 4:30 ໂມງຂອງວັນທີ 27 ພຶດສະພາ 2015, ໜ່ວຍກູ້ໄພສາມາດພົບເຫັນຜູ້ເສຍຊີວິດ 1 ຄົນແລ້ວທີ່ຝູຂຶ້ນຢູ່ແຄມນໍ້າງື່ມຫ່າງຈາກຈຸດເກີດເຫດປະມານ 5 ກິໂລແມັດ.
ທ່ານ ວົງເດືອນ ບຸນຍາແສງ ເຈົ້າເມືອງປາກງື່ມໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວມື້ນີ້ວ່າ: ພວກເຮົາສາມາດພົບຜູ້ເສຍຊີວິດແລ້ວ 1 ຄົນເປັນເພດຍິງ ຊື່ນາງສີລຽນ ອາຍຸ 10 ປີ ຄົນບ້ານຫົວນາ ແລະ ນໍາສົ່ງເຮັດພິທີທາງສາສະໜາ ແລະ ຄາດວ່າພວກເຮົາຍັງຈະສືບຕໍ່ພົບຕື່ມອີກ ສ່ວນຜູ້ສູນຫາຍນັ້ນຍັງເຫລືອ 9 ຄົນ. ເຮືອປະສົບອຸບັດເຫດນັ້ນໄດ້ຂົນຜູ້ສານທັງໝົດ 35 ຄົນ ໃນນັ້ນຄູອາຈານ 4 ຄົນ, ຜູ້ຂັບເຮືອ 1 ຄົນ ແລະ ນັກຮຽນທັງໝົດ 30 ຄົນ. ທ່ານ ວົງເດືອນຍັງຢືນຢັນວ່າ: ພວກເຮົາພວມເຄັ່ງຮ້ອນເຮັດທຸກວິທາງເພື່ອຊອກຫາຜູ້ສູນຫາຍດັ່ງກ່າວເຫັນຈົນໝົດ.

11118854_1443491665967583_3022576778605314590_n  11351250_1443491669300916_5565205657402722815_n

11330043_1443518485964901_159525066569398680_n

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...