spot_img
Homeຂ່າວພາຍ​ໃນທາງເຂົ້າສະໜາມບິນອັດຕະປື ເຕັມແຕ່ຂີ້ງົວຍ້ອນໄດ້ຢຸດການນຳໃຊ້

ທາງເຂົ້າສະໜາມບິນອັດຕະປື ເຕັມແຕ່ຂີ້ງົວຍ້ອນໄດ້ຢຸດການນຳໃຊ້

Published on

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນອັດ​ຕະ​ປື​ທີ່​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 289 ຕື້​ກວ່າ​ກີບ ຫຼື ປະ­ມານ 36,19 ລ້ານ​ໂດ​ລາ​ສະ­ຫະ­ລັດ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິ​ບັດ​ມາ​ແຕ່​ວັນ​ທີ 10 ພຶດ­ສະ­ພາ 2013 ແລະການກໍ່ສ້າງໄດ້ສຳ­ເລັດແລະເປີດນຳໃຊ້ຢ່າງເປັນທາງການ​ໃນ​ເດືອນ​ພຶດ­ສະ­ພາ 2015 ເຊິ່ງຕັດແຖບຜ້າເປີດພິທີໂດຍ ທ່ານ ຈຸມມະລີ ໄຊຍະສອນ ໃນຂະນະດຳລົງຕຳແໜ່ງປະທານປະເທດ ແລະ ທ່ານ ເຈືອງເຕີນຊາງ ປະທານປະເທດແຫ່ງ ສສ.ຫວຽດນາມ.

ພິທີເປີດນຳໃຊ້ສະໜາມບິນສາກົນອັດຕະປືໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ 2015 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ.ລາວ ແລະ ທ່ານ ເຈືອງເຕີນຊາງ ປະທານປະເທດແຫ່ງ ສສ.ຫວຽດນາມ ພ້ອມດ້ວຍບັນດາການນຳພັກ-ລັດ ທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ອັດ​ຕະປື​ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ທັງ​ພາຍ​ໃນ ແລະຕ່າງ­ປະ­ເທດທັງ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ – ສັງ­ຄົມ ແລະ ການ­ທ່ອງ­ທ່ຽວ​ຂອງ​ແຂວງ​ອັດ​ຕະ​ປື​ ກໍຄື​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະແມ່ນ​ວຽກ​ງານ​ຂົນ­ສົ່ງ​ທາງ​ອາ­ກາດ ທັງນີ້ ໃນ​ໄລ­ຍະ​ຍາວ​ເພື່ອ​ຜັນ​ຂະ­ຫຍາຍ​ແຜນພັດທະນາເສດ­ຖະ­ກິດ – ສັງ­ຄົມ​ຂອງ​ລັດ­ຖະ­ບານລາວ​ ປີ 2010 – 2020 ຕາມ​ທິດ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ​ປະ­ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະເລ​ ມາ​ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ ແລະ ມີ​ຄວາມ​ມຸ່ງ​ໝັ້ນ​ເພື່ອ​ນຳ­ພາ​ປະເທດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດທະ​ນາ​ໃນ​ປີ 2020.

ຮູບມຸມສູງຂອງສະໜາມບິນສາກົນອັດຕະປື

ແນວໃດກໍຕາມ, ການນຳໃຊ້ສະໜາມບິນດັ່ງກ່າວບໍ່ໄດ້ເປັນໄປຕາມແຜນການຂອງລັດຖະບານໄດ້ວາງໄວ້ ຕໍ່ມາກໍໄດ້ຢຸດໃຫ້ການບໍລິການ ຫລັງຈາກເຫັນວ່າ ຖ້ຽວບິນສຸດທ້າຍໃນວັນທີ 26 ຕຸລາ 2016 ບໍ່ມີຜູ້ໂດຍສານພໍເທົ່າໃດຄົນ ແລະໄດ້ປ່ອຍໃຫ້ມີຄວາມຮົກເຮື້ອຂຶ້ນ ສ່ວນເສັ້ນທາງເຂົ້າສູ່ສະໜາມບິນກໍເຕັມໄປດ້ວຍຂີ້ງົວ, ຍັງຄົງມີແຕ່ໜ່ວຍຮັກສາຄວາມປອດໄພເວນຍາມຢູ່ເທົ່ານັ້ນ.

ໜ້າເຟັດບຸກຂອງການບິນລາວ Aero Laos ລາຍງານວ່າ “ການບິນລາວບໍ່ສາມາດແບກຫາບພາລະໜີ້ສິນໃນເສັ້ນທາງບິນ ສູ່ແຂວງອັດຕະປື ໂດຍທີ່ບໍ່ມີຜົນກໍາໄລ ຕາມທີ່ລັດຖະບານຕ້ອງການໄດ້ “.

ແຫຼ່ງຂ່າວທີ່ບໍ່ປະສົງອອກນາມລາຍງານວ່າ ແຜນການສ້າງສະໜາມບິນອັດຕະປືນັ້ນ ບໍ່ແມ່ນແຜນຂອງການບິນລາວ ແຕ່ຫາກເປັນແຜນການຂອງຂັ້ນເທີງຮ່ວມກັບບໍລິສັດຮວງແອງຢາລາຍທີ່ຢາກພັດທະນາໃຫ້ແຂວງດັ່ງກ່າວ ມີຄວາມຈະເລີນ ທັນສະໄໝ ທຽບທັນກັບແຂງອື່ນໆ ແລະ ແຫຼ່ງຂ່າວໄດ້ລາຍງານຕື່ມວ່າ ທາງການບິນລາວໄດ້ສະເໜີໃຫ້ລັດຖະບານຊ່ວຍຖົມຂຸມຈາກການຂາດທຶນໃນເສັ້ນທາງການບິນ ວຽງຈັນ-ອັດຕະປື, ອັດຕະປື-ວຽງຈັນ ບໍ່ດັ່ງນັ້ນກໍບໍ່ສາມາດດຳເນີນການບິນຕໍ່ໄປໄດ້.

ລາຍງານລະບຸຕື່ມອີກວ່າ ສະໜາມບິນແຫ່ງນີ້ໄກຈາກ ຫ້ອງການຂອງບໍລິສັດຮວງແອງຢາລາຍ 6 ກິໂລແມັດ, ໄກຈາກຕົວເມືອງຂອງແຂວງອັດຕະປື 26 ກິໂລແມັດ ແລະຍັງບໍ່ມີລົດໂດຍສານໃຫ້ການບໍລິການເທື່ອ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...