ທາງການອົດສະຕາລີ ຈະຢຸດຄົ້ນຫາຊາກເຮືອບິນ MH370 ພາຍໃນທ້າຍປີ 2016!

636489-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ທ່ານ ວໍເຣນ ທຣັສ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງຄົມມະນາຄົມອົດສະຕາລີ ໄດ້ອອກມາເປີດເຜີຍຜ່ານສື່ມວນຊົນວ່າ ທາງການອົດສະຕາລີຈະຢຸດປະຕິບັດການຄົ້ນຫາຊາກເຮືອບິນຂອງສາຍການບິນ ມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH370 ໃນທ້າຍປີ 2016 ຖ້າຫາກການກວດສອບຊິ້ນສ່ວນປີກເຮືອບິນທີ່ພົບເທິງເກາະເຣອູນີຍົງບໍ່ພົບເບາະແສສຳຄັນ ໂດຍທີມຄົ້ນຫາອົດສະຕາລີ ມີກຳນົດທີ່ຈະຄົ້ນຫາພື້ນທີ່ທັງໝົດ 120,000​ ຕາລາງກິໂລແມັດ ໃຫ້ສຳເລັດພາຍໃນທ້າຍປີໜ້າ ແລະ ຈະບໍ່ມີການຂະຫຍາຍພື້ນທີ່ຄົ້ນຫາເພີ່ມຕື່ມອີກ ຍົກເວັ້ນຫາກມີກໍລະນີທີ່ພົບຫລັກຖານເພີ່ມຕື່ມເທົ່ານັ້ນ.

ທັງນີ້ ລັດຖະບານອົດສະຕາລີ ໄດ້ໃຊ້ງົບປະມານໃນການຄົ້ນຫາຊາກເຮືອບິນລຳດັ່ງກ່າວທີ່ສູນຫາຍ ໄປແລ້ວປະມານ 55 ລ້ານໂດລາ ໃນຂະນະທີ່ລັດຖະບານມາເລເຊຍ ໃຊ້ງົບປະມານທັງໝົດ 29 ລ້ານໂດລາ.