Homeຂ່າວຕ່າງປະເທດໄທໃຊ້ກົດໝາຍລິຂະສິດສະບັບໃໝ່ ກັອບຮູບມາໂພສຕ໌ໂດຍບໍ່ໃຫ້ແຫລ່ງທີ່ມາ ມີໂທດປັບໜັກສຸດເຖິງ 8 ແສນບາດ!

ໄທໃຊ້ກົດໝາຍລິຂະສິດສະບັບໃໝ່ ກັອບຮູບມາໂພສຕ໌ໂດຍບໍ່ໃຫ້ແຫລ່ງທີ່ມາ ມີໂທດປັບໜັກສຸດເຖິງ 8 ແສນບາດ!

Published on

social

ສຳນັກຂ່າວໄທ ລາຍງານໃນວັນທີ 4 ສິງຫານີ້ວ່າ ລັດຖະບານໄທປະກາດໃຊ້ກົດໝາຍລິຂະສິດສະບັບໃໝ່ ຊຶ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 4​ ສິງຫາເປັນຕົ້ນໄປນີ້ ໂດຍມີເປົ້າໝາຍຄຸ້ມຄອງຜົນງານຂອງເຈົ້າຂອງລິຂະສິດດັ່ງເດີມທຸກປະເພດ ນັບຕັ້ງແຕ່ບົດຄວາມ, ໜັງສື, ຊອບແວຣ໌, ເພງ, ຮູບພາບ, ຮູບແຕ້ມ, ພາບຂ່າວ ຕະຫລອດຮອດຮູບເງົາ ຊຶ່ງທ່ານນາງ ມາລີ ໂຊກລ້ຳເລີດ ຫົວໜ້າກົມຊັບສິນທາງປັນຍາຂອງໄທ ໄດ້ກ່າວວ່າ ໃນກໍລະນີຫາກຜູ້ໃຊ້ງານທາງອິນເຕີເນັດ ຫາກນຳເອົາຮູບພາບ ຫລື ວີດີໂອ ທີ່ໄດ້ມາຈາກການຄົ້ນຫາໃນ google ຫລື ເວັບໄຊ້ອື່ນໆ ແລ້ວນຳມາຕັດຊື່ເຄຣດິດອອກ ເພື່ອແອບອ້າງເປັນຜົນງານຂອງຕົນເອງ ຫລື ເອົາໄປໃຊ້ໂພສຕ໌ຕໍ່ໂດຍບໍ່ມີການໃຫ້ແຫລ່ງທີ່ມາ ຫລື ເຄຣດິດ ກໍຈະມີຄວາມຜິດຂໍ້ຫາລະເມີດລິຂະສິດ ຊຶ່ງຈະມີໂທດປັບໃໝ ນັບຕັ້ງແຕ່ 20,000 ບາດ ຫາຂັ້ນໜັກສຸດເຖິງ 800,000 ບາດ.

 

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...