spot_img
Homeຂ່າວພາຍ​ໃນທັບນັກເຕະ ທີມຊາດລາວ U14 ສາມາດຜ່ານເຂົ້າ ຮອບຮອງຊະນະເລີດ CP-Meiji CUP U14

ທັບນັກເຕະ ທີມຊາດລາວ U14 ສາມາດຜ່ານເຂົ້າ ຮອບຮອງຊະນະເລີດ CP-Meiji CUP U14

Published on

ການແຂ່ງຂັນບານເຕະ ເຍົາວະຊົນນານາຊາດ CP-Meiji CUP U14 International Champions 2016 ທີ່ຈັດຂຶ້ນທີ່ ປະເທດໄທ ລະຫວ່າງ ວັນທີ 11-14 ຕຸລາ 2016 ມີ 8 ທີມເຂົ້າຮ່ວມ ແລະ ແບ່ງການແຂ່ງຂັນ ອອກເປັນ 2 ກຸ່ມ, ທີມຊາດລາວ U14 ຖືກຈັດຢູ່ກຸ່ມ A ຮ່ວມກັບ ສະໂມສອນ ບຸຣີລຳ ຢູໄນເຕັດ, ສະໂມສອນ ແບງຄ໊ອກ ຢູໄນເຕັດ ແລະ ສະໂມສອນ ພະນົມເປັນ ຄຣາວ ເອຟຊີ.

ຜົນການແຂ່ງຂັນຂອງ ທີມຊາດລາວ ໃນຮອບແບ່ງກຸ່ມ
ນັດທີ 1 ສະໂມສອນ ທີມບຸຣີລຳ ຢູໄນເຕັດ 2-1 ທີມຊາດລາວ
ນັດທີ 2 ທີມຊາດລາວ 2 – 0 ສະໂມສອນ ແບງຄ໊ອກ ຢູໄນເຕັດ
ນັດທີ 3 ສະໂມສອນ ພະນົມເປັນ ຄຣາວ ເອຟຊີ 0 – 5 ທີມຊາດລາວ

ຈາກຜົນງານ ໃນຮອບແບ່ງກຸ່ມ ທີມຊາດລາວ ສາມາດຜ່ານເຂົ້າໄປແຂ່ງຂັນ ໃນຮອບຕໍ່ໄປ ຮອບຮອງຊະນະເລີດ ໂດຍການເປັນອັນດັບທີ 2 ຂອງກຸ່ມ A ລົງແຂ່ງ 3 ນັດ ຊະນະ 2 ເສຍ 1 ຍິງໄດ້ 8 ປະຕູ ເສຍ 2 ປະຕູ ມີ 6 ຄະແນນ.

ຕາຕະລາງແຂ່ງຂັນໃນ ຮອບຮອງຊະນະເລີດ
ວັນທີ 13 ຕຸລາ 2016 ເວລາ 09:00
ອັນດັບທີ 2 ກຸ່ມ B ທີມຊາດລາວ ຈະພົບກັບ ສະໂມສອນ ຈູບີໂລ ອິວາຕະ ອັນດັບທີ 1 ຂອງກຸ່ມ B
ວັນທີ 13 ຕຸລາ 2016 ເວລາ 16:00
ອັນດັບທີ 1 ກຸ່ມ A ສະໂມສອນ ທີມບຸຣີລຳ ຢູໄນເຕັດ ຈະພົບກັບ ສະໂມສອນ ຊົນບຸຣີ ເອຟຊີ ອັນດັບທີ 2 ກຸ່ມ B

ການແຂ່ງຂັນຮອບຊີງຊະນະເລີດ ຈະມີຂຶ້ນໃນວັນທີ 14 ຕຸລາ ເວລາ 16:00 ທີ່ສະໜາມກິລາ ໄອໂມບາຍ ສະເຕດ້ຽມ ແລະ ຊ່ອງ 3 SD (ຊ່ອງໝາຍເລກ 28) ຂອງໄທ ຈະຖ່າຍທອດສົດ.

ເຮົາມາຮ່ວມສົ່ງກຳລັງໃຈ ໄປໃຫ້ ທັບນັກກິລາ ບານເຕະ ທີມຊາດລາວ U14 ໃຫ້ສາມາດຜ່ານຜ່າອຸປະສັກ ແລະ ສ້າງຜົນງານໃຫ້ໄດ້ດີເລີດ ຈົນສາມາດຜ່ານເຂົ້າໄປແຂ່ງຂັນ ໃນຮອບຊີງຊະນະເລີດ ໃນວັນທີ 14 ຕຸລານີ້ ໃຫ້ໄດ້.

780_sub_3 780_sub_4

ຂອບໃຈຂໍ້ມູນ ແລະ ພາບຈາກ
ສະຫະພັນບານເຕະ ແຫ່ງຊາດລາວ
Buriram United Academy

ຂອບໃຈທີ່ມາຂອງຂ່າວ: 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...