spot_img
Homeຂ່າວທ້ອງຖິ່ນທະຫານແຂວງໄຊຍະບູລີ ເພີ່ມພູນຜະລິດຜົນ ສ້າງລາຍຮັບເຂົ້າກົມກອງ ຫລາຍກວ່າ 400 ລ້ານກີບ

ທະຫານແຂວງໄຊຍະບູລີ ເພີ່ມພູນຜະລິດຜົນ ສ້າງລາຍຮັບເຂົ້າກົມກອງ ຫລາຍກວ່າ 400 ລ້ານກີບ

Published on

ຂປລ. ຕາມ​ການ​ລາຍ​ງານ​ຈາກ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ 1 ປີຜ່ານມາ ທະຫານ​ແຂວງ​ໄຊ​ຍະ​ບູລີ​ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 454 ລ້ານ​ກວ່າ​ກີບ ​​ໃນ​ນັ້ນ​ໄດ້​ຈາກ​ການ​ປູກ​ຝັງ-ລ້ຽງສັດ ​ເປັນ​ຕົ້ນ ການ​ປູກ​ສາລີ, ໝາກ​ເດືອຍ, ລ້ຽງ​ງົວ, ​ແບ້, ປາ ​ແລະ ສັດ​ປີກ​ຈໍານວນ​ໜຶ່ງ. ທຽບ​ໃສ່​ປີຜ່ານມາ ​ແມ່ນ​ປະຕິບັດ​ໄດ້​ຕາມ​ແຜນການ.

ສ່ວນ​ສາ​ເຫດທີ່​ປະຕິບັດ​ລາຍ​ຮັບ​ໄດ້​ຕາມ​ແຜນການ​ນັ້ນ, ກໍ​ຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ປຸກລະດົມ​ຊຸກຍູ້​ພະນັກງານ-ນັກ​ຮົມ ພ້ອມ​ກັນ​ສຸມ​ໃສ່​ວຽກ​ງານ ​ເພີ່ມ​ພູນ​ຜະລິດຜົນ​ ຢ່າງ​ເປັນ​ເຈົ້າ​ການ ​ຊີ້​ນໍາ​ສ້າງ​ແຜນການ​ຈັດ​ແບ່ງ​ຢ່າງ​ລະອຽດ ​ແລະ​ ຈັດ​ຕັ້ງ​ຜະລິດ ​ແທດ​ເໝາະ​ກັບ​ສະພາບ​ເງື່ອນ​ໄຂ​ຂອງ​ກົມ​ກອງ ​ເຊິ່ງລາຍ​ຮັບ​ທີ່​ໄດ້​ມາ​ນັ້ນ ນອກຈາກ​ນໍາ​ໃຊ້ ​ເຂົ້າ​ໃນ​ການ​ແກ້​ໄຂ​ຊີວິດການ​ເປັນ​ຢູ່​ ຂອງ​ພະນັກງານ-ນັກຮົບ ​ແລ້ວ ຍັງ​ໄດ້​ນໍາ​ໃຊ້​ເຂົ້າ​ໃນ​ການ​ປຸກ​ສ້າງ​ຄ້າຍ​ຄູຄື: ​ເຮືອ​ນນອນ, ຫ້ອງການ ​ແລະ ສະ​ໂມ​ສອນ​ຈໍານວນ​ໜຶ່ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...