spot_img
Homeຂ່າວຕ່າງປະເທດທະຫານອັບການິດສະຖານ ກໍ່ເຫດກວາດຍິງ ເຮັດໃຫ້ນາຍພົນຂອງກອງທັບສະຫະລັດຜູ້ໜຶ່ງເສຍຊີວິດ ເປັນການສູນເສຍເຈົ້າໜ້າທີ່ຍົດສູງທີ່ສຸດ ນັບແຕ່ເຫດການ 9/11 ຂອງອາເມຣິກາ

ທະຫານອັບການິດສະຖານ ກໍ່ເຫດກວາດຍິງ ເຮັດໃຫ້ນາຍພົນຂອງກອງທັບສະຫະລັດຜູ້ໜຶ່ງເສຍຊີວິດ ເປັນການສູນເສຍເຈົ້າໜ້າທີ່ຍົດສູງທີ່ສຸດ ນັບແຕ່ເຫດການ 9/11 ຂອງອາເມຣິກາ

Published on

EyWwB5WU57MYnKOuFBrBXyY5aeAIiqu1kHj9siuZGVK1vhUFPfUp2k

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຊາຍໃນຊຸດເຄື່ອງແບບທະຫານອັບການິດສະຖານ ໄດ້ລົວກະສຸນປືນ

ຍິງເຈົ້າໜ້າທີ່ທະຫານຕ່າງຊາດ ທີ່ມະຫາວິທະຍາໄລປ້ອງກັນປະເທດແຫ່ງຊາດ ໃນຖານທັບ ຄາກາ ເຂດຊານ

ເມືອງນະຄອນຫຼວງຄາບູນ ເມື່ອວັນອັງຄານທີ 5 ສິງຫາ 2014 ທີ່ຜ່ານມາ ເປັນເຫດເຮັດໃຫ້ທະຫານລະດັບ

ພົນຕີຂອງສະຫະລັດອາເມຣິກາເສຍຊີວິດ ໂດຍເທື່ອນີ້ນັບເປັນເຈົ້າໜ້າທີ່ທະຫານລະດັບສູງທີ່ສຸດຂອງສະຫະ

ລັດ ທີ່ຖືກສັງຫານ ນັບຕັ້ງແຕ່ເກີດເຫດວິນາດສະກຳ 9/11 ຜ່ານມາ.

 

ເຫດການດັ່ງກ່າວເກີດຂຶ້ນ ໃນຂະນະທີ່ເຈົ້າໜ້າທີ່ທະຫານລະດັບສູງຫຼາຍຄົນ ຂອງກອງກຳລັງສົນທິສັນຍາ

ປ້ອງກັນແອັດແລນຕິກເໜືອ ຫຼື ນາໂຕ້ ເດີນທາງມາຢ້ຽມຢາມມະຫາວິທະຍາໄລແຫ່ງນີ້ ອັນໄດ້ເຮັດໃຫ້ມີຜູ້

ໄດ້ຮັບບາດເຈັບນັບສິບຄົນ ລວມເຖິງທະຫານອັງກິດ 2 ຄົນ ແລະ ເຈົ້າໜ້າທີ່ລະດັບສູງຂອງເຢຍລະມັນອີກ

1 ຄົນ ໃນຂະນະທີ່ມືປືນຖືກຍິງເສຍຊີວິດໃນທີ່ເກີດເຫດ.

 

ພົນຕີ ຈອນ ເຄຍບີ ໂຄສົກກະຊວງປ້ອງກັນປະເທດສະຫະລັດ ເປີດເຜີຍຕໍ່ຜູ້ສື່ຂ່າວໃນຂະຄອນຫຼວງວໍຊິງຕັນ

ດີຊີວ່າ ເຫດການຄັ້ງນີ້ໄດ້ເຮັດໃຫ້ເຈົ້າໜ້າທີ່ລະດັບພົນຕີຂອງສະຫະລັດເສຍຊີວິດ ໂດຍເປັນເຈົ້າໜ້າທີ່ສະຫະ

ລັດຍົດສູງສຸດທີ່ຖືກສັງຫານ ນັບຕັ້ງແຕ່ການເສຍຊີວິດຂອງ ພົນໂທ ທິໂມທີ ໂຈເຊບ ມອດ ຫຼັງກຸ່ມກໍ່ການຮ້າຍ

ຈີ້ເຮືອບິນຕຳຕຶກເພັນຕາກອນ ເມື່ອວັນທີ 9 ເດືອນ 11 ປີ 2011 ຫຼື ເຫດການ 9/11 ໂດຍທ່ານ ເຄຍບີ ຍັງເຊື່ອ

ວ່າ ຜູ້ກໍ່ເຫດເປັນທະຫານຂອງອັບການິດສະຖານຢ່າງແທ້ຈິງອີກດ້ວຍ.

 

ດ້ານປະທານາທິບໍດີ ຮາມິດ ຄາໄຊ ຂອງອັບການິດສະຖານ ອອກມາປະນາມເຫດການໂຈມຕີທີ່ເກີດຂຶ້ນ ພ້ອມ

ລະບຸວ່າ ເປັນການໂຈມຕີທີ່ຂີ້ຂາດຕໍ່ເຈົ້າໜ້າທີ່ຂອງອັບການິດສະຖານ ແລະ ນາໂຕ້ ໂດຍເປັນຝີມືຂອງເຫຼົ່າສັດ

ຕູທີ່ບໍ່ຕ້ອງການໃຫ້ອັບການິດສະຖານ ມີອົງກອນທີ່ເຂັ້ມແຂງເປັນຂອງຕົນເອງ ໃນຂະນະທີ່ກະຊວງປ້ອງກັນປະ

ເທດຂອງອັບການິດສະຖານລະບຸວ່າ ຜູ້ກໍ່ເຫດເປັນທະຫານອັບການິດສະຖານ ທີ່ຖືກເກນເຂົ້າມາເມື່ອ 3 ປີກ່ອນ

ໂດຍສາເຫດເຊື່ອວ່າ ເກີດຈາກການໂຕ້ຖຽງກັນລະຫວ່າງເຈົາໜ້າທີ່.

 

ດ້ານໜຶ່ງ, ເຫດການນ້ີນັບເປັນເຫເດການໂຈມຕີພາຍໃນຂອງທະຫານຝ່າຍດຽວກັນເອງຄັ້ງລ່າສຸດ ໂດຍເຫດ

ໂຈມຕີລັກສະນະດຽວກັນນີ້ ເກີດຂຶ້ນຫຼາຍຄັ້ງໃນອັບການິດສະຖານ ເຮັດໃຫ້ທະຫານຂອງສະຫະລັດ ແລະ ນາໂຕ້

ເສຍຊີວິດໄປແລ້ວຈຳນວນຫຼາຍ, ແຕ່ໃນຊ່ວງທີ່ຜ່ານມາ ເຫດໂຈມຕີໄດ້ຫຼຸດລົງຢ່າງວ່ອງໄວ ຫຼັງຈາກນາໂຕ້ໄດ້

ປິດຖານທີ່ໝັ້ນຫຼາຍແຫ່ງ ແລະ ຫຼຸດຜ່ອນການປະຕິບັດການຕ່າງໆລົງ ກ່ອນທີ່ຈະຖອນກອງກຳລັງພັນທະມິດ

ອອກຈາກອັບການິດສະຖານໂດຍສົມບູນໃນສິ້ນປີນີ້.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...