spot_img
Homeຂ່າວຕ່າງປະເທດທະຫານມຽນມາບຸກຈັບໂຕແພດໝໍ ທີ່ໃຫ້ການຊ່ວຍເຫຼືອຜູ້ຊຸມນຸມປະທ້ວງຕ້ານລັດຖະປະຫານ

ທະຫານມຽນມາບຸກຈັບໂຕແພດໝໍ ທີ່ໃຫ້ການຊ່ວຍເຫຼືອຜູ້ຊຸມນຸມປະທ້ວງຕ້ານລັດຖະປະຫານ

Published on

ສຳນັກງານຂ່າວ ອີລາຫວັດດີ (Irrawaddy) ລາຍງານວ່າ: ກອງທັບມຽນມາຕັ້ງເປົ້າຈັບກຸມແພດໝໍ ທີ່ໃຫ້ການຊ່ວຍເຫຼືອຮັກສາຜູ້ປະທ້ວງທີ່ໄດ້ຮັບບາດເຈັບ.

ສາດສະດາຈານ ມິນ ໂຊ ອາຈານມະຫາວິທະຍາໄລແພດທີ່ນະຄອນຢ່າງກຸ້ງ ເປັນຄົນຫຼ້າສຸດທີ່ຖືກຈັບໂຕຄາບ້ານ ໃນເມືອງມະຍ່າງກັງ (Mayangon) ໃນຕອນເຊົ້າຂອງວັນທີ່ 3 ເມສາ 2021 ທີ່ຜ່ານມາ.

ພະຍານທີ່ເຫັນເຫດກາານເລົ່າໃຫ້ ສຳນັກງານຂ່າວ ອີລາຫວັດດີ ຟັງວ່າ: ທະຫານມັດມືອາຈານໝໍ ມິນ ໂຊ ເຊິ່ງເປັນແພດຜູ້ຊ່ຽວຊານສັນຍາກຳກະດູກ ພ້ອມທັງໃຊ້ຖົງດຳປົກຫົວ ແລ້ວດຶງໂຕອອກໄປຈາກບ້ານ ແລະ ທຳລາຍກ້ອງວົງຈອນ ແລ້ວ ຫັນປືນໃສ່ປະຊາຊົນເຂດນັ້ນ ພ້ອມບອກວ່າ: “ໃຜກ້າຖ່າຍຮູບ ກໍ່ເຊີນ” ແພດຜູ້ໃກ້ສິດ ອາຈານ ມິນ ໂຊ ບອກວ່າ: ທະຫານຕຳຫຼວດ ເຮັດກັບອາຈານຄືກັບເປັນອາດຊະຍາກອນ ເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້.

ອາຈານໝໍ ມິນ ໂຊ ໄດ້ໃຫ້ການຊ່ວຍເຫຼືອເບິ່ງແຍງຜູ້ຊຸມນຸມປະທ້ວງ ຕໍ່ຕ້ານຜະເດັດການທະຫານ ເປັນແຮງບັນດານໃຈໃຫ້ຜູ້ປະກອບການວິຊາຊີບອື່ນໆ ລວມທັງຂ້າລາດສະການ ແລະ ພະນັກງງານເອກະຊົນ ໃນການຢຸດງານເພື່ອປະທ້ວງຕາມແນວທາງການຕໍ່ສູ້ຂອງບຸກຄະລາກອນທາງການແພດ. ດັ່ງນັ້ນ, ແພດໝໍຈຶ່ງຕົກເປັນເປົ້າໝາຍໃນການຈັບກຸມ.

ໃນຕອນນີ້, ແພດໝໍຖືກຈັບກຸມຢ່າງຕໍ່າ 11 ຄົນ ນອກຈາກນີ້ຍັງມີນັກສຶກສາແພດຈຳນວນໜຶ່ງ ກໍ່ຖືກຈັບກຸມໃນຕອນຊຸມນຸມປະທ້ວງແບບສະຫງົບເຊັ່ນດຽວກັນ.

ໂຮງໝໍໃນເມືອງໃຫຍ່ຫຼາຍເມືອງຖືກທະຫານຍຶດ ພ້ອມໄລ່ຜູ້ປ່ວຍອອກຈາກໂຮງໝໍ ແລະ ປ່ຽນເປັນຄ້າຍທະຫານ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...