spot_img
Homeຂ່າວທ້ອງຖິ່ນທະນາຄານໂລກອະນຸມັດ​ງົບ​ປະມານ​ສຸກ​ເສີນ​ແກ່ລາວເພື່ອ​ຮັບມືກັບ​ໄວຣັດ​ໂຄ​ວິດ-19 ​

ທະນາຄານໂລກອະນຸມັດ​ງົບ​ປະມານ​ສຸກ​ເສີນ​ແກ່ລາວເພື່ອ​ຮັບມືກັບ​ໄວຣັດ​ໂຄ​ວິດ-19 ​

Published on

ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ໃນ​ວັນ​ທີ 7 ​ເມສາ 2020 ທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ອະນຸມັດງົບປະມານຈຳນວນ 18 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຕອບໂຕ້ ແລະ ຮັບມື ກັບການລະບາດ ຂອງ​ໄວຣັດໂຄວິດ-19 ກໍຄື ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານ, ທັງການໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ໂຄງການນີ້ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ອີກດ້ວຍ.

ທ່ານ ນາງ ມາຣຽມ ເຊີຣ໌ແມນ, ອຳ​ນວຍ​ການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ “ດ້ວຍການປະຕິບັດມາດຕະການການສະກັດກັ້ນທີ່ຕື່ນຕົວ ແລະ ເຄັ່ງຄັດຂອງລັດຖະບານລາວ, ການສູນເສຍຊີວິດ ແລະ ຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງ ໂຄວິດ-19 ຈະເບົາບາງລົງ. ​ໄລຍະນີ້ ​ເປັນ​ໄລຍະ​ທີ່ສໍາຄັນທີ່ປະຊາຄົມສາກົນ ຈະຕ້ອງໄດ້ເຂົ້າມາຊ່ວຍ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້.”  ໂຄງການ​ດັ່ງກ່າວ, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ກອບການຊ່ວຍເຫຼືອແບບຮີບດ່ວນຕໍ່ກັບການລະບາດຂອງພະຍາດໂຄວິດ-19 ຂອງທະນາຄານໂລກໃນທົ່ວໂລກ ​ເຊິ່ງຖືກອອກແບບມາເພື່ອຕອບສະໜອງຢ່າງຮີບດ່ວນ ຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫຼືອບັນດາປະເທດ ໃນການສ້າງລະບົບສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ “ລັດຖະບານ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງ​ທັນ​ການຂອງທະນາຄານໂລກໃນຄັ້ງນີ້ ເຊິ່ງເປັນການຊ່ວຍໃຫ້ລະບົບສາທາລະນະສຸກພາຍໃນປະເທດມີຄວາມເຂັ້ມແຂງ ພ້ອມທັງເປັນອີກກຳລັງແຮງໜຶ່ງຊຸກຍູ້ ໃນການຕອບໂຕ້ ແລະ ຄວບຄຸມການແຜ່ລະບາດຂອງ covid-19 ເຊິ່ງລັດ​ຖະ​ບານ ສ​ປ​ປ ລາວ ພວມວ​າງ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ມືກັບໂລກ​ລະ​ບາດນີ້”.

 

ຮຽບຮຽງຂ່າວ: ພຸດສະດີ 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...