ທະນາຄານແຫ່ງ ສປປ ລາວ ຫາລືວຽກງານບັນຊີ – ການເງິນ

SKLS2939

ໃນວັນທີ 25 ກັນຍານີ້, ທີ່ທະນາຄານແຫ່ງ ສປປ ລາວ ໄດ້ມີກອງປະຊຸມປຶກສາຫາລືວຽກງານບັນຊີ-ການເງິນຂອງທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ມີບັນດາຫົວໜ້າກົມ- ທຽບເທົ່າກົມ, ຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ, ພາກກາງ, ພາກໃຕ້ເຂົ້າຮ່ວມເພື່ອປຶກສາຫາລືການປັບປຸງ ແລະ ພັດ ທະນາວຽກງານບັນຊີຂອງທະນາຄານແຫ່ງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງສາມາດເປັນເຄື່ອງມືຮັບໃຊ້ການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ວຽກງານຄຸ້ມຄອງ ການເງິນ ແລະ ການຕິດຕາມ- ກວດກາ. ທ່ານຫົວໜ້າກົມບັນຊີ- ການເງິນໄດ້ສະຫລຸບລາຍງານສະພາບລວມກ່ຽວກັບການປະຕິບັດວຽກງານບັນຊີ-ການເງິນ, ໃນໄລຍະຜ່ານມາກົມບັນຊີ-ການເງິນທະນາຄານແຫ່ງ ສປປ ລາວ ປະຕິບັດໜ້າທີ່ໃນການຄຸ້ມຄອງວຽກງານບັນຊີ ໂດຍອອກຂໍ້ກຳນົດບົດແນະນຳຕ່າງໆໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການບັນຊີ ແລະ ລະບຽບການກ່ຽວຂ້ອງ, ເປັນຜູ້ຕິດຕາມການຈັດຕັ້ງປະຕິບັດວຽກງານບັນຊີ-ການເງິນຂອງບັນດາກົມ, ສາຂາ ແລະ ຫົວໜ່ວຍບັນຊີທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ. ພ້ອມດຽວກັນກໍເຮັດໜ້າທີ່ ສັງລວມຂໍ້ມູນການບັນຊີ ແລະ ເອກະສານລາຍງານຖານະການເງິນຂອງທົ່ວລະບົບທະນາຄານແຫ່ງ ສປປ ລາວ.

ທ່ານ ສອນໄຊ ສິດພະໄຊ ເນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງທີ່ຕິດພັນກັບລະ ບຽບຫລັກການ ແລະ ມາດຕະ ຖານທາງດ້ານບັນຊີ ແລະ ການ ລາຍງານການເງິນເພີ່ມທະວີການຄຸ້ມຄອງການເງິນໃຫ້ສືບຕໍ່ມີຄວາມເຂັ້ມແຂງໜັກແໜ້ນ, ຮັບປະກັນໃຫ້ທະນາຄານແຫ່ງ ສປປ ລາວ ສາມາດປະຕິບັດບົດບາດໃນການຄຸ້ມຄອງ ແລະ ຮັກ ສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ຄຸ້ມ ຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນໃຫ້ມີຄວາມເຂັ້ມ ແຂງ ແລະ ໝັ້ນຄົງ.

 

ແຫລ່ງຂ່າວ:

ລພນ