spot_img
Homeຂ່າວເຫດການສາມກຳມາທິການ ປກຊ - ປກສ ລາວ ຫວຽດນາມ ກຳປູເຈຍ ປະຊຸມຮ່ວມກັນຄັ້ງທີ 3

ສາມກຳມາທິການ ປກຊ – ປກສ ລາວ ຫວຽດນາມ ກຳປູເຈຍ ປະຊຸມຮ່ວມກັນຄັ້ງທີ 3

Published on

meeting

ຂປລ. ກອງປະຊຸມສາມກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສະພາແຫ່ງຊາດລາວ, ຫວຽດນາມ ​ແລະ ກຳປູເຈຍ ຄັ້ງທີ 3 ​ເຊິ່ງ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 28-29 ກັນຍາ 2015 ທີ່ແຂວງຈຳປາສັກ. ພາຍໃຕ້ຫົວຂໍ້ “ເພີ່ມທະວີ ພາລະບົດບາດ ຕິດຕາມກວດກາ ຂອງລັດຖະສະພາ ໂດຍຜ່ານບັນດາ ກຳມາທິການກ່ຽວຂ້ອງ ເພື່ອສະໜັບສະໜູນ ເຂດສາມຫລ່ຽມພັດທະນາ ລາວ-ຫວຽດນາມ-ກຳປູ​ເຈຍ (GLV)” ໂດຍການເປັນປະທານຮ່ວມ ຂອງປະທານ ກຳມາທິການ ປກຊ-ປກສ ສະພາແຫ່ງຊາດຂອງສາມປະເທດ. ກອງປະຊຸມໄດ້ໃຫ້ກຽດຕ້ອນຮັບທ່ານ ດຣ. ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈຳປາສັກ, ເຂົ້າຮ່ວມມີບັນດາທ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ສັງກັດ 3 ກຳມາທິການດັ່ງກ່າວ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ຈາກສາມປະເທດ ແລະ ບັນດາແຂກຖືກເຊີນ.

ທ່ານ ດຣ. ໄຊສົມພອນ ພົມວິຫານ ກ່າວວ່າ: ສະພາແຫ່ງຊາດ ໃນນາມຕົວແທນແຫ່ງສິດຜົນ ປະໂຫຍດຂອງປະຊາຊົນ ແລະ ເປັນອົງການນິຕິບັນຍັດ ແລະ ຕິດຕາມກວດກາ, ມີບົດບາດສຳຄັນ ໃນການຊຸກຍູ້ສົ່ງເສີມ ການຈັດຕັ້ງຜັນຂະຫຍາຍແນວທາງ ຄືແຜ່ນແມ່ບົດໃນການພັດທະນາ ແລະ ຮັບຮອງ ບົດບັນທຶກ ແລະ ນະໂຍບາຍທີ່ເໜາະສົມ ເພື່ອນຳໄປ ຈັດຕັ້ງປະຕິບັດໃນແຕ່ລະໄລຍະ.

ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ກຳມາ​ທິການ ປກຊ-ປກສ ສະພາ​ແຫ່ງ​ຊາດ ຂອງ​ສາມ​ປະ​ເທດ​ລາວ, ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ຕົກລົງ​ເຫັນ​ດີ​ ເປັນ​ເອກະພາບ ຈັດ​ກອງ​ປະຊຸມ​ຮ່ວມສາມ​ກຳມາ​ທິການຂຶ້ນ ​ເຊິ່ງມີ​ຈຸດປະສົງຕົ້ນ​ຕໍ ​ເພື່ອ​ສ້າງ​ໂອກາດ​ໃຫ້​ແກ່​ບັນດາ ສສຊ ຂອງ​ສາມ​ກຳ​ມາ​ທິການ​ດັ່ງກ່າວ ​ໄດ້​ພົບ​ປະປຶກສາຫາລື ​ແລະ ​ແລກປ່ຽນຄຳ​ຄິດ​ເຫັນ ​ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ ​ວຽກງານຕິດຕາມ​ກວດ​ກາ​ ຄວາມໝັ້ນຄົງ, ຄວາມ​ສະຫງົບ​ປອດ​ໄພ ກໍ​ຄື​ຄວາມ​ເປັນ​ລະບຽບຮຽບຮ້ອຍ ຕາມ​ບໍລິ​ເວນ​ຊາຍ​ແດນ. ການ​ພົວພັນ​ຮ່ວມ​ມື​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ພັດທະນາ ​ໃນ​ເຂດ​ສາມຫລ່ຽມ ພັດທະນາ ​ແນ່​​ໃສ່​ສົ່ງ​ເສີມ ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​​ແກ້ໄຂ​ຄວາມທຸກ​ຍາກ​ ໃຫ້​ແກ່​ປະຊາຊົນ, ພ້ອມ​ດຽວກັນນັ້ນ ກໍ​ເປັນ​ການ​ປະກອບສ່ວນ​ ໃນ​ການ​ເສີມ​ຂະ​ຫຍາ​ຍ ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ທີ່​ເຄີຍ​ມີ​ມານານ​​ແລ້ວ ​ໃຫ້​ແຕກ​ດອກ​ອອກ​ຜົນຢ່າງ​ບໍ່​ຢຸດ​ຢັ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...