spot_img
Homeຂ່າວພາຍ​ໃນທຫລ ແລະ ກະຊວງການເງິນ ເພີ່ມທະວີການຄຸ້ມຄອງການເງິນ-ເງິນຕາ

ທຫລ ແລະ ກະຊວງການເງິນ ເພີ່ມທະວີການຄຸ້ມຄອງການເງິນ-ເງິນຕາ

Published on

ທະນາຄານແຫ່ງ ສປປ ລາວ(ທຫລ) ແລະ ກະຊວງການເງິນ ໄດ້ຈັດກອງປະຊຸມຮ່ວມພົບປະປຶກສາຫາລື 2 ຝ່າຍ ຂຶ້ນໃນວັນທີ 22 ພຶດສະພາ ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສັນຕິພາບ ພົມວິຫານ ລັດ ຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ.

ການພົບປະໃນຄັ້ງນີ້ເພື່ອຍົກສູງການຮ່ວມມື ເພື່ອແກ້ໄຂວຽກງານການຄຸ້ມຄອງການເງິນ-ເງິນຕາ, ສະຫລຸບຕີລາຄາຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຕາມການຕົກລົງຂອງກອງປະຊຸມ ຄັ້ງວັນທີ 25 ພະຈິກ 2022 ຜ່ານມາ ຊຶ່ງມີວຽກງານການປັບປຸງກົນໄກການກໍານົດມາດຕະການ, ກົນໄກການນໍາເຂົ້າສິນຄ້າຟຸມເຟືອຍ, ການແກ້ໄຂໜີ້ສິນຮ່ວມກັນ, ການປັບປຸງກົນໄກການເກັບລາຍຮັບເປັນເງິນຕາຕ່າງປະເທດ, ການທົບທວນຄືນບັນດານິຕິກໍາ-ລະບຽບການ ລະຫວ່າງ 2 ຂະແໜງການ ແລະ ວຽກງານອື່ນໆ.

ຜ່ານການປຶກສາຫາລືຂອງກອງປະຊຸມໄດ້ຕົກລົງ ແລະ ເປັນເອກະພາບຢ່າງສູງ ຕໍ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານການຄຸ້ມຄອງການເງິນ-ເງິນຕາ ຮ່ວມກັນ ໂດຍການແຕ່ງຕັ້ງຄະນະກຳມະການ ເພື່ອຄົ້ນຄວ້າກຳນົດ ລາຍການສິນຄ້ານຳເຂົ້າ, ປັບປຸງກົດໝາຍ ແລະ ນິຕິກຳອື່ນໆ ທີ່ປິ່ນອ້ອມໃນວຽກງານຄຸ້ມຄອງການນຳເງິນສົດເຂົ້າ-ອອກ ສປປ ລາວ, ການຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບລາຍຮັບງົບປະມານຂອງລັດ ແລະ ວຽກງານອື່ນໆ ເພື່ອໃຫ້ການເຄື່ອນໄຫວວຽກງານຄຸ້ມຄອງການເງິນ-ເງິນຕາ ມີຄວາມຄ່ອງຕົວ ແລະ ຮັດກຸມຍິ່ງຂຶ້ນ.

ພາຍຫຼັງສຳເລັດກອງປະຊຸມທັງສອງຝ່າຍຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນການປັບປຸງກົນໄກການຮ່ວມມື ແລະ ການເຊັນຢັ້ງຢືນເອກະສານສຳຄັນຮ່ວມກັນ.

ແຫຼ່ງຂ່າວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...