ຕົກອີກ! ເຮືອບິນທຣານເອເຊຍຂອງໄຕ້ຫວັນ GE222 ຕົກ ເສຍຊີວິດ 51 ຄົນ

557000008632401

ເກີດເຫດເຮືອບິນຂອງສາຍການບິນ ທຣານເອເຊຍ ຖ້ຽວບິນ ຈີອີ 222 ລົງຈອດກະແທກພື້ນ

ໃກ້ກັບສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ເຮັດໃຫ້ເຮືອບິນມີໄຟລຸກໄໝ້ ຄາດ

ມີຜູ້ເສຍຊີວິດ 51 ຄົນ ຈາກທັງໝົດ 58 ຄົນ.

 

557000008632405

ສຳນັກຂ່າວກາງຂອງໄຕ້ຫວັນ ລາຍງານເມື່ອຊ່ວງຫົວຄ່ຳທີ່ຜ່ານມາ (23 ກໍລະກົດ 2014) ປະມານ 19.00 ນາທີ ຕາມ

ເວລາໃນທ້ອງຖິ່ນ ເຊິ່ງໄວກ່ວາປະເທດລາວຢູ່ 1 ຊົ່ວໂມງວ່າ ຖ້ຽວບິນທີ GE 222 ຂອງສາຍການ

ບິນທຣານເອເຊຍ ແອຣ໌ເວ (TransAsia Airways) ຂອງໄຕ້ຫວັນ ເຊິ່ງມີກຳນົດຂຶ້ນບິນຈາກສະ

ໜາມບິນສ່ຽວກັງ ໃນເມືອງເກົາສົງ ທາງພາກຕາເວັນຕົກສຽງໃຕ້ຂອງເກາະໄຕ້ຫວັນ ເມື່ອເວ

ລາ 16 ໂມງ 00 ນາທີ, ແຕ່ວ່າບໍ່ສາມາດຂຶ້ນບິນໄດ້ ເນື່ອງຈາກພາຍຸໄຕ້ຝຸ່ນມັດໂມ ເຮັດໃຫ້ກ່ວາ

ຈະບິນຂຶ້ນໄດ້ ກໍເລື່ອນໄປເປັນເວລາ 17 ໂມງ 43 ນາທີ.

 

557000008632402

557000008632403

ເມື່ອເດີນທາງມາເຖິງຈຸດໝາຍ ຄືສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ໃນເວລາ

19 ໂມງ 06 ນາທີ ກັບຕັນຂອງເຮືອບິນ GE 222 ໄດ້ລົງຈອດ ແຕ່ວ່າເກີດເຫດສູນເສຍການຕິດຕໍ່

ຈາກຫໍບັງຄັບການບິນ ຈົນກ່ວາພົບພາຍຫຼັງກໍພົບວ່າເຮືອບິນຕົກກະແທກພື້ນ ໃນບໍລິເວນໝູ່

ບ້ານຊີຊຸນ ໃກ້ໆກັບສະໜາມບິນໝ່າກົງ.

 

ເຈົ້າໜ້າທີ່ກະຊວງຄົມມະນາຄົມຂອງໄຕ້ຫວັນລະບຸວ່າ ເຮືອບິນລຳດັ່ງກ່າວ ໄດ້ເກີດໄຟລຸກໄໝ້ຫຼັງ

ຈາກລົງຈອດໂດຍການກະແທກພື້ນ ໃນຂະນະທີ່ຊາວບ້ານທີ່ພົບເຫັນເຫດການລະບຸວ່າ ໄດ້ຍິນສຽງ

ລະເບີດດັງອອກມາຈາກເຮືອບິນລຳດັ່ງກ່າວອີກດ້ວຍ.

 

ມີລາຍງານວ່າ ໃນຖ້ຽວບິນ GE 222 ລຳດັ່ງກ່າວ ມີຜູ້ໂດຍສານທັງໝົດ 54 ຄົນ ແລະ ເຈົ້າໜ້າທີ່ອີກ

4 ຄົນ ລວມເປັນ 58 ຄົນ ໂດຍອຸບັດຕິເຫດດັ່ງກ່າວ ໃນເບື້ອງຕົ້ນທາງການຂອງໄຕ້ຫວັນໄດ້ລາຍ

ງານວ່າ ມີຜູ້ເສຍຊີວິດເຖິງ 51 ຄົນ, ສ່ວນອີກ 7 ຄົນນັ້ນ ມີບາດແຜໄຟໄໝ້ ໄດ້ຖືກນຳໂຕສົ່ງໂຮງໝໍ

ໃນເຂດໃກ້ຄຽງໝົດແລ້ວ.
557000008632404