Homeຂ່າວຕ່າງປະເທດຕົວແທນສາຍການບິນທຣານເອເຊຍ ຖະແຫຼງຂໍໂທດ ເຫດເຮືອບິນ GE222 ຕົກ

ຕົວແທນສາຍການບິນທຣານເອເຊຍ ຖະແຫຼງຂໍໂທດ ເຫດເຮືອບິນ GE222 ຕົກ

Published on

557000008642901

ຕົວແທນສາຍການບິນທຣານເອເຊຍ ຖະແຫຼງຂໍໂທດ ແລະ ສະແດງຄວາມເສຍໃຈ ກໍລະນີເຮືອບິນ GE222

ປະເຊີນກັບທັດສະນະວິໄສບໍ່ດີ ແລະ ຕົກໃນຂະນະທີ່ກຽມລົງຈອດໃນສະໜາມບິນປາຍທາງ ເຮັດໃຫ້ມີຜູ້ເສຍ

ຊີວິດ 48 ຄົນ ບາດເຈັບ 10 ຄົນ (ເບື້ອງຕົ້ນສຳນັກຂ່າວກາງໄຕ້ຫວັນລາຍງານ ເສຍຊີວິດ 51 ຄົນ).

 

ຄຳຖະແຫຼງຂໍໂທດຂອງສາຍການບິນທຣານເອເຊຍ ກໍລະນີເຮືອບິນລຳດັ່ງກ່າວຕົກ ແລະ ລະເບີດຂຶ້ນໃນບໍລິ

ເວນເກາະເຜິງຫູ່ ຕອນຫົວຄ່ຳມື້ວານນີ້ (23 ກໍລະກົດ) ເຊິ່ງໄດ້ໃຫ້ຄຳໝັ້ນວ່າ ຈະໃຫ້ຄວາມຊ່ວຍເຫຼືອແກ່ຄອບ

ຄົວຂອງຜູ້ໂດຍສານທຸກຄົນ.

 

ທ່ານ ຊູ ເຢຊຸງ ຜູ້ຈັດການທົ່ວໄປຂອງທຣານເອເຊຍ ໄດ້ເປັນຕົວແທນຂອງບໍລິສັດ ອອກມາຂໍໂທດສຳລັບເຫດ

ການທີ່ເກີດຂຶ້ນ ໂດຍກ່າວກັບສື່ມວນຊົນທີ່ສະໜາມບິນສາກົນໄທເປວ່າ ບໍລິສັດຈະໃຫ້ຄວາມຊ່ວຍເຫຼືອແກ່

ຄອບຄົວຜູ້ໂດຍສານ ແລະ ພະນັກງານທຸກຄົນ ພ້ອມທັງສືບຫາສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດຄັ້ັງນີ້.

 

ດ້ານລັດຖະມົນຕີກະຊວງຄົມມະນາຄົມຂອງໄຕ້ຫວັນ ທ່ານ ເຍ ກວງຈື່ ໄດ້ຖະແຫຼງຢືນຢັນວ່າ ຖ້ຽວບິນດັ່ງກ່າວ

ມີຜູ້ໂດຍສານທັງໝົດ 54 ຄົນ ແລະ ກັບຕັນພ້ອມລູກເຮືອອີກ 4 ຄົນ ເຊິ່ງເບື້ອງຕົ້ນຢືນຢັນຢ່າງເປັນທາງການ

ມີຜູ້ເສຍຊີວິດ 48 ຄົນ ແລະ ບາດເຈັບ 10 ຄົນ ໂດຍໃນຈຳນວນນັ້ນ ມີຜູ້ໂດຍສານຊາວຝຣັ່ງເສດ 2 ຄົນ.

 

ເຈົ້າໜ້າທີ່ພາກພື້ນດິນຂອງສະໜາມບິນກ່າວວ່າ ເມື່ອເຮືອບິນເດີນທາງມາເຖິງຈຸດໝາຍ ຄືສະໜາມບິນໝ່າ

ກົງ ເທິງເກາະເຜິງຫູ່ ໃນເວລາ 19 ໂມງ 06 ນາທີ ກັບຕັນຂອງເຮືອບິນລຳດັ່ງກ່າວ ໄດ້ຂໍລົງຈອດ ແຕ່ກັບເປັນວ່າ

ສູນເສຍການຕິດຕໍ່ຈາກຫໍບັງຄັບການບິນ ແລະ ໃນສ້ຽວວິນາທີທີ່ນັກບິນຢູ່ລະຫວ່າງພະຍາຍາມຈະນຳເຄື່ອງລົງ

ຈອດຄັ້ງທີສອງນັ້ນ ປະກົດວ່າບໍ່ອາດຕ້ານພາຍຸ ເລີຍເສຍການຊົງໂຕ ແລ້ວຕົກກະແທກພື້ນທີ່ບໍ່ລິເວນໝູ່ບ້ານ

ຊີຊຸນ ໃກ້ກັບສະໜາມບິນໝ່າກົງ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...