spot_img
Homeຂ່າວພາຍ​ໃນຕຳຫຼວດໄທຈັບຄົນລາວ ຂົນເງິນ 30ລ້ານບາດ

ຕຳຫຼວດໄທຈັບຄົນລາວ ຂົນເງິນ 30ລ້ານບາດ

Published on

 

ມື້ເຊົ້ານີ້້ 8 ສິງຫາ 2014 ມີລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດຊາຍແດນຈັງຫວັດມຸກດາຫານ ປະເທດໄທ ໄດ້ທຳການກວດຄົ້ນລົດກະບະໂຕໂຍຕ້າ ສີຂາວ ເລກທະບຽນ ກກ 8598 ສະຫວັນນະເຂດ ເຊິ່ງມີ ນາງ ມະຕະພອນ (ນ້ອຍ) ອາຍຸ 42 ປີ ປະຊາຊົນເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນຄົນຂັບ.

ຈາກການຄົ້ນລົດຂອງເຈົ້າໜ້າທີ່ພົບວ່າພາຍໃນລົດມີທະນະບັດສະກຸນເງິນບາດໄທຈຳນວນຫຼວງຫຼາຍຢູ່ກ້ອງເບາະນັ່ງທັງດ້ານໜ້າແລະດ້ານຫຼັງ ແລະໃນກ່ອງເຄື່ອງມືແປງລົດ ເມື່ອເອົາອອກມາກວດແລະນັບເປັນເງິນບາດໃບລະ 1000 ບາດ ມັດລະ 1 ລ້ານບາດ ລວມໄດ້ທັງໝົດ 30 ມັດ ລວມເປັນ 30 ລ້ານບາດ ໂດຍມີສາຍຮັດຂອງທະນາຄານກຸງສີອະຍຸດທະຍາ ເຈົ້າໜ້າທີ່ຈຶ່ງໄດ້ຍຶດແລະກວດສອບເງິນທັງໝົດ.

10580224_914115221936202_7186976251724809717_n

ຈາກການສອບຖາມ ນາງ ມະຕະພອນ ໃຫ້ການວ່າ ເງິນຈຳນວນດັ່ງກ່າວຕົນໄດ້ຮັບມາຈາກເຖົ້າແກ່ຢູ່ລາວໃຫ້ເອົາເງິນມາໂອນເປັນຄ່າຊື້ເຄື່ອງດື່ມຊູກຳລັງຍີ່ຫໍ້ໜຶ່ງ ແລະທະນາຄານໄດ້ປິດຍ້ອນໝົດເວລາເຮັດວຽກ ຕົນຈຶ່ງໄດ້ເອົາເງິນດັ່ງກ່າວທັງໝົດກັບໄປປະເທດລາວ ແຕ່ກໍມາຖືກເຈົ້າໜ້າທີ່ຈັບເສຍກ່ອນ.

ແນວໃດກໍຕາມ, ຝ່າຍເຈົ້າໜ້າທີ່ໄທຍັງບໍ່ເຊື່ອ ຈາກນັ້ນຈຶ່ງໄດ້ແຈ້ງໃຫ້ນາງ ມະຕະພອນ ຮູ້ວ່າ ຕາມກົດໝາຍໄທແມ່ນຫ້າມເອົາເງິນສົດສະກຸນເງິນບາດອອກນອກປະເທດເກີນຄັ້້ງລະ 500,000 ບາດ ໂດຍບໍ່ໄດ້ຮັບອະນຸຍາດ.

ຈາກນັ້ນເຈົ້້າໜ້າທີ່ຈຶ່ງໄດ້ນຳໂຕນາງ ມະຕະພອນ ພ້ອມຂອງກາງເປັນລົດກະບະ ແລະເງິນຈຳນວນ 30 ບ້ານບາດ ສົ່ງໃຫ້ພະນັກງານສອບສວນ ຈັງຫວັດມຸກດາຫານ ເພື່ອດຳເນີນຄະດີຕາມກົດໝາຍໄທຕໍ່ໄປ.

10600553_914115311936193_2890997060640853626_n

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...