spot_img
Homeຂ່າວທ້ອງຖິ່ນຕຳຫຼວດເລັ່ງຈັບຕົວ 2 ຄົນທີ່ພົວພັນການກະທຳອະນາຈານເດັກທີ່ເປັນຄຼິບດັງທົ່ວໂຊຊຽວ

ຕຳຫຼວດເລັ່ງຈັບຕົວ 2 ຄົນທີ່ພົວພັນການກະທຳອະນາຈານເດັກທີ່ເປັນຄຼິບດັງທົ່ວໂຊຊຽວ

Published on

ຈາກກໍລະນີທີ່ມີການແຊຄລິບ ແລະ ຮູບພາບ ການທຳມິດສະຈານ ຂອງຊາຍຈີນ ແລະ ຍິງລາວ 2 ຄົນ ທີ່ໂດ່ງດັງໄປທົ່ວໂຊຊຽວ ໃນອາທິດທີ່ຜ່ານມາ ເຊິ່ງໄດ້ເກີດກະແສວິພາກວິຈານເຖິງຄວາມບໍ່ເໝາະສົມຕໍ່ການກະທຳດັ່ງກ່າວ ແລະ ຍັງຜິດຕໍ່ກົດໝາຍບ້ານເມືອງໃນຫຼາຍມາດຕາ.

ການກະທຳຂອງທັງສາມຄົນໃນຄລິບທີ່ຖືກເຜີຍແຜ່ທົ່ວສື່ສັງຄົມອອນລາຍ ມັນໄດ້ສ້າງຄວາມເສື່ອມເສຍໃຫ້ກັບປະເທດ ໂດຍສະເພາະພາບພົດຂອງແມ່ຍິງລາວ ແລະ ຍັງໄດ້ເສື່ອມເສຍໄປເຖິງພາກສ່ວນອົງການຈັດຕັ້ງຊາວໜຸ່ມ ເນື່ອງຈາກເສື້ອຜ້າທີ່ສອງສາວໄດ້ສວມໃສ່ນັ້ນແມ່ນຊຸດເຄື່ອງແບບຂອງອົງ ການຈັດຕັ້ງຊາວໜຸ່ມ. ຈຶ່ງເຮັດໃຫ້ເກີດການຮຽກຮ້ອງຕໍ່ເຈົ້າໜ້າໃຫ້ເລັ່ງຈຳຕົວພວກກ່ຽວມາດຳເນີນຄະດີຕາມກົດໝາຍບ້ານເມືອງ. ດັ່ງນັ້່ນ, ໃນວັນທີ 10 ຕຸລາ 2020 ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ມີ ການກັກຕົວຍິງສາວທັງສອງຄົນມາເຮັດການສືບສວນ-ສອບສວນ ເພື່ອດຳເນີນຄະດີ.

ນອກຈາກນີ້,​ ໃນວັນທີ 11 ຕຸລາ 2020 ທາງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ອອກໜັງສືສະເໜີ ທ່ານຫົວໜ້າກົມຕຳຫຼວດກວດຄົນເຂົ້າເມືອງ-ອອກເມືອງ, ໃຫຍ່ສັນຕິບານ ເພື່ອຊ່ວຍສະກັດກັ້ນ ແລະ ຈັບຕົວບຸກຄົນທີ່ພົວພັນການກະທຳອະນາຈານເດັກ ເຊິ່ງລາຍລະອຽດມີດັ່ງນີ້: ນາງ ດວງຕາ ເບີກໄຊຍະພູມ, ອາຍຸ 25 ປີ, ອາຊີບ ເຮັດນາ, ເຊື້ອຊາດ ແລະ ສັນຊາດລາວ, ຢູ່ບ້ານດອນສ້າງໄຜ່, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ທ້າວ Run An Xiao (ຄົນຈີນ) ມາຈາກ Balyun Distrit ເມືອງກວາງໂຈ, ມົນທົນກວາງຕຸ້ງ, ສປ ຈີນ. ເນື່ອງຈາກວ່າ ພວກກ່ຽວໄດ້ມີການທຳອະນາຈານຕໍ່ເດັກ ເຊິ່ງລະເມີດກົດໝາຍ, ລະບຽບ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...