spot_img
Homeຂ່າວຕ່າງປະເທດຕຳຫຼວດຫວຽດນາມບຸກຈັບໂຮງງານຜະລິດຖົງຢາງອານາໄມມືສອງຢຶດຂອງກາງກວ່າ 360 ກິໂລກຣາມ

ຕຳຫຼວດຫວຽດນາມບຸກຈັບໂຮງງານຜະລິດຖົງຢາງອານາໄມມືສອງຢຶດຂອງກາງກວ່າ 360 ກິໂລກຣາມ

Published on

ເມື່ອວັນທີ 22 ກັນຍາ 2020 ສື່ຂ່າວຫວຽດນາມ ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ກວດພົບຖົງຢາງອານາໄມທີ່ໃຊ້ແລ້ວຈຳນວນຫຼາຍ ຖືກນຳໄປຣີໄຊເຄຼີ ແລະ ເກັບໄວ້ເພື່ອຈຳໜ່າຍ ຫຼັງເຂົ້າກວດຄົ້ນອາພາດເມັ້ນແຫ່ງໜຶ່ງ ເມື່ອວັນເສົາທີ່ຜ່ານມາ.

ຈາກການກວດສອບພົບວ່າ ຖົງຢາງອານາໄມທີ່ໃຊ້ແລ້ວເກືອບ 324,000 ຖົງ ຫຼື ປະມານ 360 ກິໂລ ກຣາມ ໄດ້ຖືກຣີໄຊເຄຼີໃນໂຮງງານແຫ່ງໜຶ່ງ ເພື່ອນຳໄປຈຳໜ່າຍທີ່ທ້ອງຕະຫຼາດ. ເຈົ້າໜ້າທີ່ຈຶ່ງໄດ້ຢຶດຖົງຢາງທັງໝົດໃນໂຮງງານດັ່ງກ່າວ ເຊິ່ງຕັ້ງຢູ່ທີ່ແຂວງບິນເຊືອງ ທາງໃຕ້ຂອງຫວຽດນາມ.

ເມື່ອກວດສອບຖານການຜະລິດຕາມຫຼັກກົດໝາຍພົບວ່າ ຖົງຢາງອານາໄມໃຊ້ແລ້ວທັງໝົດນີ້ ບໍ່ໄດ້ບັນຈຸຫີບຫໍ່ ແລະ ບໍ່ບັນຈຸສະຫຼາກ.

ເຈົ້າຂອງໂຮງງານຍອມຮັບວ່າ ນາງໄດ້ຮັບຖົງຢາງອານາໄມທີ່ໃຊ້ແລ້ວມາຈາກບຸກຄົນບໍ່ຮູ້ຊື່ ຈາກນັ້ນຈະນຳຖົງຢາງໄປຜ່ານຂະບວນການຊັກລ້າງ ຕາກໃຫ້ແຫ້ງ ແລະ ຂຶ້ນຮູບດ້ວຍອຸປະກອນທີ່ຢູ່ໃນສະພາບບໍ່ຖືກສຸຂະອານາໄມກ່ອນຈະໄປຈຳໜ່າຍ.

ຮຽບຮຽງໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...