spot_img
Homeຂ່າວຕ່າງປະເທດຕຳຫຼວດຍີ່ປຸ່ນໄວລຸ້ນ 3 ຄົນທີ່ເຮັດການ "ກໍ່ການຮ້າຍຊູຊິ"

ຕຳຫຼວດຍີ່ປຸ່ນໄວລຸ້ນ 3 ຄົນທີ່ເຮັດການ “ກໍ່ການຮ້າຍຊູຊິ”

Published on

ຕຳຫຼວດຍີ່ປຸ່ນໄດ້ເປີດເຜີຍວ່າ ມີກຸ່ມໄວລຸ້ນ 3 ຄົນທີ່ຖ່າຍວິດີໂອ ດ້ວຍການກະທຳທີ່ບໍ່ເໝາະສົມໃນຮ້ານຊູຊິສາຍພານ ທັງບ້ວນນ້ຳລາຍໃສ່ຊູຊິ ແລະ ເລຍແກ້ວໃສ່ແຈ່ວ.

ຈາກສຽງວິພາກວິຈານໃນສັງຄົມອອນລາຍເລື່ອງການຖ່າຍວິດີໂອທີ່ບໍ່ສ້າງສັນເລີຍ ແລະ ຫຼາຍຄົນປະນາມວ່າເປັນການ “ກໍ່ການຮ້າຍຊູຊິ”.

ພຶດຕິກຳຂອງຄົນເຫຼົ່ານີ້ມີທັງການເອົານ້ຳລາຍຕ້ອຍໃສ່ເທິງຊູຊິ ເລຍ ຫຼື ດື່ມໂຊຢຸ(ສະອິວຍີ່ປຸ່ນ)ໂດຍກົງ ບາງຄົນຊີດແອວກໍຮໍເທິງຈານຊູຊິທີ່ກຳລັງເລື່ອນເທິງສາຍພານ ເຊິ່ງມັນສ້າງຄວາມບໍ່ພໍໃຈບໍ່ຜູ້ທີ່ຮັບຊົມວິດີໂອນີ້ ຈົນຫຼາຍຄົນບໍ່ກ້າເຂົ້າຮ້ານຊູຊິສາຍພານ.

ຈາກວິດີໂອເຫຼົ່ານີ້ ເຮັດໃຫ້ເຈົ້າຂອງຮ້ານຕ້ອງໄປແຈ້ງກັບຕຳຫຼວດ ເພື່ອດຳເນີນຄະດີກັບຜູ້ທີ່ເຮັດໃຫ້ບໍລິສັດ ຫຼື ຮ້ານເສຍຫາຍ.

ຫຼ້າສຸດ ເຈົ້າໜ້າທີ່ຕຳຫຼວດໄດ້ເປີດເຜີຍວ່າ ສາມາດຈັບກຸຸ່ມໄວລຸ້ນ 3 ຄົນນີ້ໄດ້ແລ້ວ ຈາກແຂວງໄອຈິ ປະເທດຍີ່ປຸ່ນ ຖານກະທຳທີ່ຂັດຂວາງການດຳເນີນທຸລະກິດຂອງຮ້ານ ຄູຣະ ຊູຊິ ທີ່ມີຫຼາຍກວ່າ 500 ສາຂາໃນປະເທດ ເຊິ່ງທາງບໍລິສັດໄດ້ຖືກຜູ້ບໍລິໂພກຮ້ອງຮຽນຢ່າງໜັກ.

ຜູ້ຖືກສົງໄສທີ່ຈັບໄດ້ມີໄວລຸ້ນ 2 ຄົນທີ່ຫາກໍຈັບໄດ້ວັນທີ 8 ມີນາ ແລະ ອີກ 1 ຄົນແມ່ນຈັບໄດ້ເດືອນແລ້ວນີ້.

ແຫຼ່ງຂ່າວ cnn

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...