spot_img
Homeຂ່າວພາຍ​ໃນຕຳຫຼວດຊຽງຂວາງ ເລັ່ງຈັບຕົວຄາຕະກອນໂຫດ ຂ້າສອງແມ່ລູກຖິ້ມແຄມຫ້ວຍ!

ຕຳຫຼວດຊຽງຂວາງ ເລັ່ງຈັບຕົວຄາຕະກອນໂຫດ ຂ້າສອງແມ່ລູກຖິ້ມແຄມຫ້ວຍ!

Published on

ເຈົ້າໜ້າທີ່ ປກສ ແຂວງ ຊຽງຂວາງ ພວມດຳເນີນການເກັບກຳຂໍ້ມູນຫລັກຖານຢ່າງລະອຽດເພື່ອເລັ່ງຈັບຕົວ

ຄາດຕະກອນໂຫດ ທີ່ຄາດຕະກຳສອງແມ່ລູກຢ່າງປ່າເຖື່ອນ ແລ້ວຖີ້ມສົບໄວ້ແຄມຫ້ວຍນ້ຳງິ້ວເຂດບ້ານໂພນ

ແຍງ ເມືອງຄູນ ແຂວງຊຽງຂວາງ ເມື່ອທ້າຍເດືອນກໍລະກົດຜ່ານມານີ້ມາດຳເນີນຄະດີໃຫ້ໄດ້.

 

ທ່ານຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນ ພັນໂທ ບຸນສຸກ ພິລັນໄຊ ລາຍງານໃຫ້ຮູ້ວ່າ: ພາຍຫລັງໄດ້

ຮັບແຈ້ງຈາກປະຊາຊົນໃນເວລາປະມານ 16:30 ຂອງວັນທີ 29 ກໍລະກົດ 2014 ວ່າພົບເຫັນສົບສອງແມ່ລູກຖືກ

ຖີ້ມໄວ້ຢູ່ແຄມຫ້ວຍນ້ຳງິ້ວ ເຂດບ້ານໂພນແຍງ ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ລົງຊັນນະສູດສະຖານທີ່ເກີດເຫດ ແລະ

ຊາກສົບ ຮູ້ວ່າ: ຜູ້ຕາຍຊື່ນາງ ເກັຍຊົງ ອາຍຸ 27 ປີ ແລະ ລູກນ້ອຍເພດຍິງ ອາຍຸພຽງ 1 ປີ ຢູ່ບ້ານນ້ຳຫລາ ເມືອງອາ

ນຸວົງ ແຂວງໄຊສົມບູນ ເສຍຊີວິດຍ້ອນຖືກຄາດຕະກຳ ໂດຍຖືກຕີດ້ວຍຂອງແຂງບໍລິເວນໜ້າ ແລະ ຄໍຖືກປາດ

ເປັນບາດເລິກສົມຄວນ, ສ່ວນລູກນ້ອຍກໍຖືກຕີດ້ວຍ ຂອງແຂງບໍລິເວນຫົວ ແລະ ຖືກປາດຄໍເຊັ່ນດຽວກັນ.

 

ຜ່ານການສອບຖາມຍາດຜູ້ເສຍຊີວິດໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນວັນ ທີ 28 ກໍລະກົດ 2014 ຜູ້ຕາຍ ແລະ ລູກ

ໄດ້ໄປຢາມພີ່ນ້ອງຢູ່ເມືອງຄູນ ແລະ ໃນເວລາທີ່ຜູ້ຕາຍນັ່ງລົດເມໄປນັ້ນມີຄົນເຫັນຜົວເກົ່າຂອງນາງຂີ່ລົດນຳໄປລັດ

ເອົາຢູ່ລະຫວ່າງທາງ ແລ້ວໄດ້ພາກັນຂີ່ລົດມາເມືອງຄູນ ແລະ ໄດ້ນັດກັບພີ່ນ້ອງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງຢູ່

ເມືອງຄູນ, ພາຍຫລັງຍາດພີ່ນ້ອງໄປຮອດຮ້ານອາຫານ ກໍເຫັນຜູ້ຕາຍຜິດຖຽງກັບຜົວເກົ່າຈຶ່ງພາກັນຍົກເລິກກິນ

ເຂົ້າແລ້ວເມື່ອເຮືອນ ແລະ ມື້ຕໍ່ມາຈຶ່ງຮູ້ວ່ານາງເກັຍຊົງ ແລະ ລູກເສຍຊີວິດ.

 

ທ່ານຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນ ກ່າວວ່າ: ປັດຈຸບັນ ເຈົ້າໜ້າທີ່ກຳລັງຕິດຕາມຜົວເກົ່າທີ່ເປັນ

ເປົ້າໝາຍສົງໄສ ເພື່ອນຳຕົວມາສອບສວນຂະຫຍາຍຜົນ ວ່າມີສ່ວນພົວພັນກັບການຄາດຕະກຳຄັ້ງນີ້ ຫລື   ບໍ່ ?.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_88.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...