spot_img
Homeຂ່າວພາຍ​ໃນຕຳຫຼວດຈັບ 2 ແມ່ລູກຄ້າຢາເສບຕິດ ຢູ່ຈຳປາສັກ!

ຕຳຫຼວດຈັບ 2 ແມ່ລູກຄ້າຢາເສບຕິດ ຢູ່ຈຳປາສັກ!

Published on

ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ກຳລັງເຈົ້າໜ້າທີ່ຂອງຕົນສາມາດຈັບຕົວຜູ້ຄ້າຂາຍຢາເສບຕິດ

ຢູ່ເຂດເມືອງມູນລະປະໂມກ ແຂວງຈຳປາສັກຄື: ນາງ ບຸນເນືອງ ອາຍຸ 43 ປີ ແລະ ລູກສາວ ອາຍຸ 17 ປີ ຢູ່ບ້ານບຸ່ງ

ເມືອງໂຂງ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 2 ພັນເມັດ ທີ່ຊຸກເຊື່ອງໄວ້ໃນລົດວີໂກ້ ແລະ ໂທລະສັບ ມືຖື 5

ໜ່ວຍ ຈຶ່ງໄດ້ຍຶດມ້ຽນເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

 

ໂດຍຜູ້ຕ້ອງຫາໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຊື້ມາຈາກຂະບວນການຄ້າຂາຍຢາ

ເສບຕິດໃນເຂດບ້ານຫ້ວຍເງິນ ເມືອງ ແລະ ແຂວງຈຳປາສັກ ເພື່ອຈະເອົາມາຂາຍໃຫ້ໄວໜຸ່ມໃນເຂດເມືອງມູນ

ລະປະໂມກ ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ເສຍກ່ອນ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ ຜູ້ຕ້ອງຫາທັງສອງແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ທີ່ເຈົ້າໜ້າທີ່ຕິດຕາມາດົນສົມຄວນ

ແລ້ວ ຈົນມາຮອດປັດຈຸບັນຈຶ່ງສາມາດຈັບຕົວມາດຳເນີນຄະດີໄດ້.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_23.html

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...