spot_img
Homeຂ່າວຕ່າງປະເທດຕຳຫຼວດກຳປູເຈຍລົງໂທດຜູ້ທີ່ລະເໝີດມາດຕະການລ໋ອກດາວ (Lockdown) ໂດຍການໃຊ້ໄມ້ຕີ

ຕຳຫຼວດກຳປູເຈຍລົງໂທດຜູ້ທີ່ລະເໝີດມາດຕະການລ໋ອກດາວ (Lockdown) ໂດຍການໃຊ້ໄມ້ຕີ

Published on

ອີງຕາມສຳນັກຂ່າວ ລອຍເຕີ ລາຍງານວ່າ: ຕຳຫຼວດກຳປູເຈຍເຮັດເພື່ອປ້ອງປົກ ແລະ ເປັນການລົງໂທດ ໂດຍການໃຊ້ໄມ້ຕີຜູ້ທີ່ລະເມີດມາດຕະການປ້ອງກັນການລະບາດ ຂອງພະຍາດໂຄວິດ-19 ໃນຊ່ວງລ໋ອກດາວ (Lockdown) ເປັນເວລາ 2 ອາທິດ ໂດຍມີເປົ້າໝາຍທີ່ຈະຄວບຄຸມການຕິດເຊື້ອທີ່ເພີ່ມຂື້ນຢ່າງໄວວາ.

ປະເທດໃນຕາເວັນອອກສຽງໃຕ້ ຍັງເປັນປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໜ້ອຍທີ່ສຸດໃນໂລກ, ແຕ່ການລະບາດທີ່ເລີ່ມຂື້ນທ້າຍເດືອນກຸມພາ ປີ 2021 ເຮັດໃຫ້ຍອດຜູ້ຕິດເຊື້ອໂດຍລວມເພີ່ມຂື້ນເປັນ 7,747 ຄົນ ແລະ ມີຜູ້ເສີຍຊີວິດ 54 ຄົນ.

ນະຄອນພະນົມປະກາດລ໋ອກດາວ (Lockdown) ເມື່ອ ວັນທີ 15 ເມສາ 2021 ແລະ ໄດ້ປະກາດໃຫ້ບາງເມືອງ ທີ່ມີພື້ນທີ່ສີແດງ (ພື້ນທີ່ມີຜູ້ຕິດເຊື້ອ) ຫ້າມປະຊາຊົນອອກຈາກບ້ານ ຍົກເວັ້ນເຫດຜົນທາງການແພດ.

ຫົວໜ້າຕຳຫຼວດນະຄອນພະນົມເປັນກ່າວວ່າ: ການຕີ ແລະ ການຈັບກຸມເປັນການຊ່ວຍຊີວິດ ໂດຍອ້າງວ່າ ປະຊາຊົນສ່ວນໃຫຍ່ກໍໃຫ້ການສະໜັບສະໜູນພວກເຂົາ ແລະ ໄດ້ກ່າວອີກວ່າ: ສ່ວນທາງດ້ານຝ່າຍບໍລິຫານນະຄອນພະນົມເປັນ ໄດ້ຕັດສິນໃຈວ່າ: ບໍ່ມີໃຜໄດ້ຮັບອະນາຍາດໃຫ້ອອກຈາກບ້ານ ເນື່ອງຈາກພື້ນທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ມີຄົນຈຳນວນໜຶ່ງທີ່ບໍ່ຟັງຄວາມ ແລະ ເຮົາຕ້ອງດຳເນີນການເພື່ອຮັກສາຊີວິດພວກເຂົາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...