ຕວກກີຈັບກຸມ ຜູ້ສົມຮູ້ຮ່ວມຄິດ ເຮັດລັດຖະປະຫານ ຫລາຍກວ່າ 6 ພັນຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກໍລະກົດຜ່ານມານີ້ວ່າ ລັດຖະບານຕວກກີ ໄດ້ຈັບກຸມຜູ້ສົມຮູ້ຮ່ວມຄິດ ໃນການເຮັດລັດຖະປະຫານ ຫລາຍກວ່າ 6 ພັນຄົນ ຫລັງຈາກທີ່ໄດ້ວາງແຜນ ຍຶດອຳນາດລັດ ແຕ່ບໍ່ສຳເລັດ ໃນຂະນະທີ່ຕົວເລກຂອງຜູ້ຖືກຈັບກຸມ ອາດມີເພີ່ມຂຶ້ນອີກ.

ທັງນີ້ ການເຮັດລັດຖະປະຫານ ໂດຍທະຫານກອງທັບຕວກກີ ໄດ້ມີຂຶ້ນໃນວັນເສົາທີ 16 ກໍລະກົດ 2016 ຊຶ່ງມີຜູ້ເສຍຊີວິດຈາກເຫດການດັ່ງກ່າວ 265 ຄົນ ແລະ ບາດເຈັບອີກ 1,500 ກວ່າຄົນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!