spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 18 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 18 ກໍລະກົດ

Published on

ວັນທີ 18 ກໍລະກົດ ປີ 2000 ຫຼືມື້ນີ້ເມືີ່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Threads of Fate ເທິງເຄື່ອງ PS1 ທີ່ປະເທດສະຫະລັດອາເມຣິກາ. ໂດຍ Threads of Fate ເປັນເກມແນວ Action RPG ທີ່ພັດທະນາໂດຍບໍລິສັດ Squaresoft (ປັດຈຸບັນແມ່ນ Square Enix) ເຊິ່ງເວີຊັ່ນທີ່ວາງຈຳໜ່າຍໃນຍີ່ປຸ່ນຈະໃຊ້ຊື່ວ່າ Dewprism ແລະວາງຈຳໜ່າຍກ່ອນໜ້າເວີຊັ່ນອັງກິດປະມານ 9 ເດືອນ. 

ເລື່ອງລາວຂອງເກມ Threads of Fate ຈະແບ່ງອອກເປັນ 2 ໂຕລະຄອນ ໄດ້ແກ່: ຣູ (Rue) ຊາຍໜຸ່ມຜູ້ສູນເສຍຄວາມຊົງຈຳທີ່ອອກເດີນທາງຊອກຫາ Dewprism ເພື່ອຕ້ອງການຈະຊຸບຊີວິດໃຫ້ກັບ ແຄລຣ໌ ໝູ່ຜູ້ຍິງທີ່ເສຍຊີວິດຫຼັງຈາກການປະທະກັນລະຫວ່າງຣູກັບວາຍຮ້າຍທີ່ຊື່ວ່າ Arm of Death ໃນຂະນະທີ່ອີກຄົນແມ່ນ ມິນ (Mint) ເຈົ້າຍິງແຫ່ງອານາຈັກ East Haven ທີ່ຖືກປົດຕຳແໜ່ງທາຍາດດ້ວຍຄວາມຂີ້ດື້ສຸດໆຂອງນາງເອງ ໂດຍມິນຕ້ອງການເຮັດທຸກວິທີທາງເພື່ອທວງບັນລັງຂອງນາງກັບມາຈາກມາຢະ ຜູ້ທີ່ເປັນເອື້ອຍແທ້ໆທີ່ຍາດຕຳແໜ່ງໄປ.

ດ້ວຍຄວາມທີ່ເນື້ອເລື່ອງຖືກແບ່ງອອກເປັນ 2 ສ່ວນ ເຮັດໃຫ້ຮູບແບບຂອງລະບົບເກມທັງ 2 ໂຕລະຄອນມີຄວາມແຕກຕ່າງກັນ, ໂດຍ ຣູຈະມີອາວຸດປະຈຳໂຕແມ່ນຂວານ ແລະມີຄວາມສາມາດພິເສດແມ່ນການແປງຮ່າງເປັນມອນສເຕີ້ທີ່ຕົນເອງເຄີຍຂ້າມາໄດ້ ແລະສະກິວຂອງມອນສເຕີ້ບາງຊະນິດຍັງສາມາດນຳໄປໃຊ້ຜ່ານບາງຈຸດຂອງເກມທີ່ຮ່າງມະນຸດທຳມະດາຂອງຣູບໍ່ສາມາດຜ່ານໄດ້ນຳ, ໃນຂະນະດຽວກັນ ມິນກໍຈະມີອາວຸດເປັນແຫວນທີ່ເບິ່ງຄ້າຍກົງຈັກ ແລະຍັງມີເວດມົນຫຼາກຫຼາຍຊະນິດໃຫ້ເລືອກໃຊ້ ເຊິ່ງເວດມົນຂອງມິນກໍຈະມີຫຼາຍຂຶ້ນຕາມປະເພດສັດຕູທີ່ຂ້າໄປ ໂດຍບາງເວດກໍຈະໃຊ້ເດີນທາງໄປຫາຈຸດຕ່າງໆ ທີ່ບໍ່ສາມາດໃຊ້ວິທີປົກກະຕິໃນການເຂົ້າໄປໄດ້ນຳ. 

Fact ເລັກນ້ອຍກ່ຽວກັບເກມ Threads of Fate

  • Threads of Fate ເຄີຍມີໂຄງການທີ່ຈະເຮັດກາຕູນມັງງະທີ່ຈຳໜ່າຍຄວບຄູ່ກັບເກມ ເຊິ່ງມີການວາງໂຕວ່າຈະໃຫ້ທ່ານເຄນ ອາຄາມັດສຶ ນັກແຕ້ມກາຕູນຊື່ດັງຈາກເລື່ອງ Love Hina ມາເປັນຄົນແຕ້ມໃຫ້ໝົດເລື່ອງ ແຕ່ສຸດທ້າຍໂປຣເຈັກດັ່ງກ່າວກໍຖືກຍຸບໄປ ແລະໂຕລະຄອນທັງຫຼາຍທີ່ທ່ານອາຄາມັດສຶກຽມໄວ້ກໍໄດ້ຖືກນຳໄປອອກແບບປັບປຸງໃໝ່ໃນກາຕູນເລື່ອງ Magical Teacher Negima! ຈົນໂດ່ງດັງແທນ.

  • ເຖິງວ່າກະແສຄວາມນິຍົມຈາກຄົນຫຼິ້ນທີ່ມີຕໍ່ເກມນີ້ຈະໄປໃນທິດທາງທີ່ດີ ແຕ່ວ່າຍອດຂາຍພັດບໍ່ດີຕາມກະແສຍ້ອງ ດ້ວຍອດຂາຍໃນຍີ່ປຸ່ນທີ່ເຮັດໄດ້ພຽງ 111,000 ຊຸດແຕ່ຍັງດີທີ່ຍອດຈຳນວນເທົ່ານີ້ກໍພຽງພໍທີ່ທາງ Square Enix ຈະນຳເກມນີ້ມາຂາຍໃໝ່ທີ່ຍີ່ປຸ່ນອີກຄັ້ງໃນປີ 2007 ດ້ວຍໜ້າປົກແລະຊື່ໃໝ່ວ່າ Legendary Hits ເນື່ອງໃນໂອກາດສະຫຼອງຍອດຂາຍຄົບ 1 ແສນຊຸດນັ້ນເອງ.

  • ຜູ້ປະພັນເພງປະກອບຂອງເກມນີ້ແມ່ນທ່ານຈຸນຢະ ນາຄາໂນະ ເຊິ່ງເຄີຍມີຜົນງານປະພັນເພງປະກອບໃຫ້ກັບເກມຂອງ Squaresoft ແລະ Square Enix ມາແລ້ວຫຼາກຫຼາຍ ໂດຍຜົນງານເດັ່ນໆກໍໄດ້ແກ່: Final Fantasy IV: The After Years (PSP), Tobal No.1 (PS1) ແລະ Another Mind (PS1)

ທີ່ມາ:online station

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...