spot_img
Homeຂ່າວຕ່າງປະເທດດູໄບ ເປີດໂຕໜ່ວຍພະຍາບານ ແລະ ລົດສຸກເສີນສະປອດຫລູ ເຄື່ອນທີ່ໄວທີ່ສຸດໃນໂລກ!

ດູໄບ ເປີດໂຕໜ່ວຍພະຍາບານ ແລະ ລົດສຸກເສີນສະປອດຫລູ ເຄື່ອນທີ່ໄວທີ່ສຸດໃນໂລກ!

Published on

557000012495401

 

ດູໄບ ປະກາດເປີດໂຕໜ່ວຍພະຍາບານເຄື່ອນທີ່ໄວ ໃຊ້ລົດສະປອດຫລູ Lotus Evora ເປັນຍານພາຫະນະ ຫວັງແກ້

ປັນຫາເຈົ້າໜ້າທີ່ເດີນທາງລ່າຊ້າ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລານີ້ວ່າ ລັດຖະບານດູໄບ ໄດ້ປະກາດເປີດໜ່ວຍພະຍາບານເຄື່ອນ

ທີ່ໄວທີ່ສຸດໃນໂລກ ໂດຍໃຊ້ລົດສະປອດຫລູຂອງອັງກິດ ໂລຕັສ ເອໂວຣ່າ ທີ່ສາມາດແລ່ນໄວສູງສຸດໄດ້ເຖິງ 261 ກິໂລ

ແມັດຕໍ່ຊົ່ວໂມງ ເປັນລົດປະຈຳການຂອງໜ່ວຍ ເພື່ອແກ້ໄຂປັນຫາທີ່ມັກໄດ້ຮັບການຮ້ອງຮຽນຈາກປະຊາຊົນ ກ່ຽວ

ກັບລົດສຸກເສີນຂອງດູໄບ ມັກຈະເດີນທາງໄປເຖິງພື້ນທີ່ເກີດເຫດລ່າຊ້າ ໂດຍເປັນທີ່ຄາດກັນວ່າ ຫລັງຈາກນີ້ຕໍ່ໄປ

ລົດໂຮງໝໍສະປອດຄັນດັ່ງກ່າວນີ້ ຈະຊ່ວຍນຳເອົາທີມແພດ ແລະ ພະຍາບານສຸກເສີນ ໄປຍັງທີ່ເກີດເຫດໄດ້ພາຍໃນ

3 – 4 ນາທີ.

 

ແຫລ່ງຂ່າວໄດ້ເປີດເຜີຍວ່າ ທາງການດູໄບໄດ້ຈັດຊື້ລົດສະປອດດັ່ງກ່າວ ແລ້ວມາດັດແປງໃຫ້ກາຍເປັນລົດສຸກເສີນ

ດ້ວຍລາຄາຄັນລະ 160,000 ໂດລາ ເຊິ່ງເບື້ອງຕົ້ນທາງການໄດ້ກຽມຈັດເຝິກອົບຮົມການຂັບຂີ່ລົດດັ່ງກ່າວໃຫ້ເຈົ້າ

ໜ້າທີ່ໃນໜ່ວຍສຸກເສີນປະມານ 50 ຄົນ ເພື່ອໃຫ້ເຈົ້າໜ້າທີ່ຄຸ້ນເຄີຍກັບການໃຊ້ງານລົດສະປອດຫລູແບບ 2 ບ່ອນ

ນັ່ງ ເຊິ່ງໄດ້ມີການຕິດຕັ້ງລະບົບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນຊ່ວຍຊີວິດເບື້ອງຕົ້ນອື່ນໆໄວ້ຢູ່ພາຍໃນ ໂດຍ

ຄາດວ່າໜ່ວຍພະຍາບານເຄື່ອນທີ່ໄວ ພ້ອມກັບລົດສຸກເສີນໄວທີ່ສຸດໃນໂລກດັ່ງກ່າວ ຈະພ້ອມເປີດນຳໃຊ້ຢ່າງເຕັມ

ຮູບແບບພາຍໃນທ້າຍປີນີ້.

 

557000012495403

557000012495404

557000012495405

Brinquedos-Toy-Genuine-Amber-Color-Alloy-Car-font-b-Models-b-font-Imported-font-b-Lotus
(ພາບປະກອບ ລົດສະປອດ Lotus Evora)

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...