spot_img
Homeຂ່າວຕ່າງປະເທດດູໄບ ສືບຕໍ່ແຜນຂະຫຍາຍສະໜາມບິນທີ່ໃຫຍ່ທີ່ສຸດໃນໂລກ

ດູໄບ ສືບຕໍ່ແຜນຂະຫຍາຍສະໜາມບິນທີ່ໃຫຍ່ທີ່ສຸດໃນໂລກ

Published on

 

ດູໄບ ກັບມາເດີນໜ້າໂຄງການພັດທະນາສະໜາມບິນແຫ່ງທີສອງຂອງປະເທດ ໂດຍແຕ່ກ່ອນໄດ້ເປີດເຜີຍວ່າ

ຈະກາຍເປັນສະໜາມບິນທີ່ໃຫຍ່ທີ່ສຸດໃນໂລກ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກັນຍານີ້ວ່າ ໂຄງການພັດທະນາສະໜາມບິນສາກົນ ອັນ-ມັກຕູມ

ເຊິ່ງໄດ້ຖືກໂຈະພາກຂະຫຍາຍໄວ້ຊົ່ວຄາວ ໃນປີ 2009 ຍ້ອນວິກິດການທາງການເງິນຂອງໂລກ ໄດ້ຮັບການອະນຸ

ມັດໃຫ້ກັບມາເດີນໜ້າໂຄງການອີກເທື່ອໜຶ່ງ ເພື່ອຮອງຮັບການຂະຫຍາຍຕົວຂອງສາຍການບິນ ເອມິເຣດ

ແອຣ໌ລາຍ ເຊິ່ງຈະໄດ້ໂຍກຍ້າຍອອກຈາກສະໜາມບິນສາກົນດູໄບໃນປະຈຸບັນ  ໂດຍມີມູນຄ່າຂອງໂຄງການດັ່ງ

ກ່າວນີ້ ຕົກຢູ່ປະມານ 32,000 ລ້ານໂດລາສະຫະລັດ ຈະໃຫ້ດຳເນີນການສຳເລັດ ພາຍໃນໄລຍະເວລາ 6 – 8 ປີ

ຂ້າງໜ້ານີ້.

 

ເນື່ອງຈາກສະໜາມບິນສາກົນ ອັນ-ມັກຕູມ ໄດ້ເປີດດຳເນີນການມາຕັ້ງແຕ່ກອ່ນວິກິດການເງິນໂລກ ຈະກະທົບ

ເສດຖະກິດຂອງດູໄບໃນປີ 2009 ໂດຍໄດ້ເປີດໃຫ້ບໍລິການດ້ານການຂົນສົ່ງສິນຄ້າພຽງຢ່າງດຽວ ນັບຕັ້ງແຕ່ປີ

2010 ເປັນຕົ້ນມາ ແລະ ມາຮອດເດືອນຕຸລາ 2013 ກໍໄດ້ເປີດໃຫ້ບໍລິການສຳລັບເຮືອໂດຍສານຂະໜາດນ້ອຍ

ໂດຍປະຈຸບັນນີ້ ແມ່ນກຳລັງກຽມພ້ອມສຳລັບແຜນຕໍ່ຂະຫຍາຍໃຫ້ກາຍເປັນສະໜາມບິນທີ່ມີຂະໜາດໃຫຍ່ທີ່ສຸດ

ໃນໂລກ ເຊິ່ງຈະສາມາດຮອງຮັບຜູ້ໂດຍສານໄດ້ 160 ລ້ານຄົນຕໍ່ປີ ໂດຍພາຍໃນສະໜາມບິນ ຈະມີທັງໝົດ 6 ຣັນເວ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...