spot_img
Homeຂ່າວຕ່າງປະເທດດູໄບ ທຸ້ມເງິນສ້າງ “ໄຮເປີລູບ” ລະບົບຂົນສົ່ງທີ່ໄວທີ່ສຸດໃນໂລກ

ດູໄບ ທຸ້ມເງິນສ້າງ “ໄຮເປີລູບ” ລະບົບຂົນສົ່ງທີ່ໄວທີ່ສຸດໃນໂລກ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ຊີເອັນເອັນ ລາຍງານເມື່ອວັນທີ 15 ພະຈິກວ່າ ລັດຖະບານດູໄບ ປະເທດສະຫະລັດອາຣັບເອມິເຣດ ໄດ້ອະນຸມັດໂຄງການໃຫຍ່ ໃນການຕິດຕັ້ງ “ໄຮເປີລູບ” ລະບົບຂົນສົ່ງນະວັດຕະກໍາແຫ່ງອະນາຄົດ ໂດຍຄາດວ່າ ຈະເປັນເມືອງທຳອິດຂອງໂລກ ທີ່ຈະໄດ້ໃຊ້ລະບົບດັ່ງກ່າວ ໃນຊ່ວງເວລາບໍ່ພໍເທົ່າໃດປີຕໍ່ໜ້າ

%e0%bb%84%e0%ba%ae%e0%bb%80%e0%ba%9b%e0%ba%b5%e0%ba%a5%e0%ba%b9%e0%ba%9a1

ໄຮເປີລູບ ວັນ (Hyperloop One) ເປັນລະບົບຂົນສົ່ງຄວາມໄວສູງ ທີ່ເປັນມິດຕໍ່ກັບສິ່ງແວດລ້ອມ, ເນື່ອງຈາກວ່າໃຊ້ພະລັງງານແສງຕາເວັນ ເປັນໂຕຂັບເຄື່ອນ, ລະບົບຂອງໄຮເປີລູບ ຈະແຕກຕ່າງຈາກລົດໄຟທົ່ວໄປ ໂດຍມີຫ້ອງໂດຍສານຢູ່ພາຍໃນພາຫະນະ ເຊິ່ງເຄື່ອນທີ່ຜ່ານທໍ່ຄວາມດັນຕໍ່າ ທີ່ມີຄວາມຕ້ານທານໜ້ອຍ ເຊິ່ງເຮັດໃຫ້ເດີນທາງໄດ້ຢ່າງວ່ອງໄວ, ໄຮເປີລູບ ມີຄວາມໄວສູງທີ່ສຸດຮອດ 1,190 ກິໂລແມັດຕໍ່ຊົ່ວໂມງ

%e0%bb%84%e0%ba%ae%e0%bb%80%e0%ba%9b%e0%ba%b5%e0%ba%a5%e0%ba%b9%e0%ba%9f

ດູໄບໄດ້ຈັບມືກັບບໍລິສັດທີ່ຜະລິດໄຮເປີລູບ ສຳລັບໂຄງການດັ່ງກ່າວ ໂດຍໄດ້ລົງທຶນແລ້ວ 50 ລ້ານດອນລາສະຫະລັດ, ດູໄບເປັນເມືອງທີ່ມີການເດີນທາງຕະຫຼອດເວລາ, ສະໜາມບິນນານາຊາດຂອງເມືອງນີ້ ຍັງເປັນ ໜຶ່ງ ໃນສະໜາມບິນທີ່ເຂົ້າ-ອອກຫຼາຍທີ່ສຸດໃນໂລກ, ການໃຊ້ໄຮເປີລູບ ຈະເຮັດໃຫ້ການເດີນທາງໄວຂຶ້ນຫຼາຍ ໂດຍຜູ້ໂດຍສານສາມາດ ເດີນທາງຈາກດູໄບ ໄປຫາຣິຍາດ ເມືອງຫຼວງຂອງປະເທດ ຊາອຸດິອາລາເບຍ ໃຊ້ເວລາພຽງ 48 ນາທີ ແລະໄປຮອດ ໂດຮາ ເມືອງຫຼວງຂອງປະເທດກາຕາ ພາຍໃນເວລາ 23 ນາທີ, ນອກນີ້ ສໍາລັບການເດີນທາງ ພາຍໃນປະເທດ ລະຫວ່າງດູໄບ ກັບອາບູດາບີ ເຊິ່ງມີໄລຍະທາງ ຫ່າງກັນປະມານ 165 ກິໂລແມັດ ຕາມປົກກະຕິແລ້ວ ຖ້າເດີນທາງ ດ້ວຍລົດ ຈະໃຊ້ເວລາຫຼາຍຊົ່ວໂມງ ແຕ່ຖ້າໃຊ້ ໄຮເປີລູບ ຈະໃຊ້ເວລາພຽງແຕ່ 12 ນາທີເທົ່ານັ້ນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...