ດາວິດ ເດ ເກອາ ຜູ້ຮັກສາປະຕູມືກາວຍັງບໍ່ຍ້າຍຈາກທີມແມນຢູ

ສື່ຕ່າງປະເທດທັງອັງກິດແລະແອດສະປາຍ ຕ່າງກໍ່ພາກັນລາຍງານວ່າ ດາວິດ ເດ ເກອາ ຜູ້ຮັກສາປະຕູຈອມໜຽວຂອງ ແມນເຊສເຕີ ຢູໄນເຕັດ ຕ້ອງຝັນສະຫຼາຍບໍ່ສາມາດຍ້າຍໄປເຝົ້າເສົາທີ່ ເຣອັລ ມາດຣິດ ໃນລະດູການນີ້ ເນື່ອງຈາກວ່າທັງສອງທີມຍັງບໍ່ສາມາດຕົກລົງເອກະສານກັນໄດ້ທັນເສັ້ນຕາຍປິດຕະຫຼາດຂອງແອດສະປາຍ ໃນເວລາ 23:00 ໂມງ ຕາມເວລາທ້ອງຖີ່ນການຍ້າຍທີມຈີ່ງບໍ່ເກີດຂື້ນ
ນັກຮັບມືກາວອາຍຸ 24 ປີບໍ່ໄດ້ມີສ່ວນຮ່ວມທັບ “ຜີສາດແດງ” ຕັ້ງແຕ່ເປີດລະດູການ 2015-16 ເນື່ອງຈາກຕົກເປັນຂ່າວຍ້າຍທີມກັບ ເຣອັລ ມາດຣິດ ຢ່າງໃຫຍ່ເຮັດໃຫ້ ຫຼຸຍ ຟານກັລ ຄູເຝິກໃຫຍ່ປະໄວ້ຂ້າງສະໜາມໂດຍໃຫ້ເຫດຜົນວ່າ ບໍ່ມີສະມາທິໃນການລົງເຝົ້າເສົາ ໜ້າທີ່ຈີ່ງຕົກໄປຢູ່ທີ່ ເຊຄິໂອ ໂຣເມໂຣ ຜູ້ຮັກສາປະຕູຈາກອາກຊັງຕິນທີ່ຫາກໍ່ຍ້າຍມາລົງແທນ
ນອກຈາກນີ້ ການບໍ່ໄດ້ຍ້າຍໄປຫຼີ້ນຢູ່ທີ່ ຊານດິເອໂກ ເບີນາບິວ ຂອງ ເດ ເກອາ ອາດຈະເຮັດໃຫ້ ເຄເລີ ນາບາສ ຈະບໍ່ໄດ້ຍ້າຍມາ ໂອລແທຣຟຟອດຄືກັນ

558000010231601