spot_img
Homeຂ່າວທ້ອງຖິ່ນດາກຈຶງທຳລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນສູ່ທຳມະຊາດ

ດາກຈຶງທຳລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນສູ່ທຳມະຊາດ

Published on

ລະຫວ່າງວັນທີ 16-17 ສິງຫາ ທີ່ຜ່ານມານີ້, ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫຼາດ ເຂດເທດສະບານ ເມືອງດາກຈຶງ.

ຈາກການລົງກວດກາໃນຄັ້ງນີ້ ເປັນເວລາ 2 ວັນ, ເຈົ້າໜ້າທີ່ສາມາດຍຶດສັດປ່າ ແລະ ຊາກ/ຊິ້ນສ່ວນສັດປ່າ ໄດ້ຕາມລາຍລະອຽດ ດັ່ງລຸ່ມນີ້:ສັດປ່າທີ່ຕາຍແລ້ວ ຈໍານວນ 36 ໂຕ: ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ.
ສັດປ່າທີ່ຍັງມີຊີວິດຢູ່ ຈໍານວນ 302 ໂຕ ປະກອບມີ: ສັດປ່າປະເພດສັດປີກ (ນົກປະຫຼຽວ/ນົກຂວາກ, ນົກກະທົວ), ອົ້ນ, ແລະ ອື່ນໆ.

ສ່ວນສັດປ່າທີ່ຍັງມີຊີວິດຢູ່ທັງໝົດ ແມ່ນໄດ້ປ່ອຍຄືນສູ່ທໍາມະຊາດ. ສໍາລັບຊາກສັດປ່າທີ່ຕາຍແລ້ວ ແມ່ນຖືກນໍາມາທໍາລາຍຖິ້ມ ໂດຍເຈົ້າໜ້າທີ່ ທີ່ເມືອງດາກຈຶງ, ວຽກງານສະໜັບສະໜູນບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ເປັນໜຶ່ງໃນວຽກງານ ທີ່ອົງການ WWF-Laos ໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ຜ່ານ ກົມກວດກາປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...