spot_img
Homeຂ່າວທ້ອງຖິ່ນດັດຊະນີຄວາມອຶດຫິວຂອງ ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87

ດັດຊະນີຄວາມອຶດຫິວຂອງ ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານໃຫ້ຊາບໃນມື້ວານນີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ, ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳນວນທັງໝົດ 117 ປະເທດ.

ຜ່ານມາ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກງານໂພຊະນາການ, ແຕ່ຍັງມີຫຼາຍວຽກງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1,000 ວັນທຳອິດຂອງເດັກນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ.

ອົງການສະຫະປະຊາຊາດສໍາລັບເດັກ ໄດ້ລາຍງານໃຫ້ຊາບຕື່ມອີກວ່າ ອີງຕາມການສຳຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດຕາການຈະເລີນເຕີບໂຕ ແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາຫານ.

ໃນປັດຈຸບັນນີ້, ໜຶ່ງໃນສາມຂອງເດັກນ້ອຍທີ່ມີອາຍຸລະຫວ່າງ 6 ເດືອນ ຫາ 5 ປີ ມີທ່າອ່ຽງທີ່ຈະປະເຊີນກັບບັນຫາດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະ ດ້ານສະຕິປັນຍາ, ເຊິ່ງຈະເຮັດໃຫ້ສັກກະຍະພາບໃນການດຳເນີນຊີວິດຫຼຸດລົງ. ໃນບາງແຂວງ, ອັດຕາການຂາດສານອາຫານສູງເກີນ 50%. ລະດັບການຈະເລີນເຕີບໂຕທີ່ບໍ່ສົມບູນຂອງເດັກນ້ອຍໃນລາວຍັງຄົງໜ້າເປັນຫ່ວງຢູ່ທີ່ປະມານ 9%, ເຊິ່ງເປັນສັນຍານທີ່ບົ່ງ ບອກວ່າຍັງມີການໄດ້ຮັບອາຫານທີ່ບໍ່ພຽງພໍ.

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...