spot_img
Homeຊີວິດແລະຄວາມຮັກ"ຍຸກເມຍນ້ອຍຄອງເມືອງ" ຈະປັບໂຕແນວໃດ?

“ຍຸກເມຍນ້ອຍຄອງເມືອງ” ຈະປັບໂຕແນວໃດ?

Published on

“ຍຸກເມຍນ້ອຍ-ເມຍໃຫຍ່ຄອງເມືອງ” ຈະປັບຕົວແນວໃດ?

# ຜູ້ເປັນເມຍ ແທນທີ່ຈະຄອຍຖ້າຈັບຜິດ ກວດເບິ່ງແຕ່ໂທລະສັບຜົວວ່າແຊັດລົມສາວນ້ອຍຄົນໃດ ຄວນເອົາເວລາທີ່ເຫຼືອເພື່ອໄປປັບປຸງຕົນເອງຈະດີກວ່າ ໃນເມື່ອຜູ້ຊາຍມັກຄວາມງາມ ເຖິງຈະແຕ່ງງານດົນແລ້ວ ແລະ ຫຍຸ້ງຍາກນໍາລູກນ້ອຍກໍຕາມ ຕ້ອງຍາດເວລາເບິ່ງແຍງຮູບຮ່າງໜ້າຕາຕົນເອງໃຫ້ສວຍງາມເໝືອນເມື່ອກ່ອນໃຫ້ໄດ້.

ໃນເມື່ອເຈົ້າກໍຍັງຕ້ອງການໃຫ້ຜົວເປັນແບບນັ້ນເປັນແບບນີ້ ເຖິງຜົວລາວບໍ່ເວົ້າ ແຕ່ເຈົ້າກໍຕ້ອງຮູ້ວ່າຜົວຕ້ອງການຫຍັງ, ການທີ່ໂທດແຕ່ຝ່າຍດຽວວ່າ ຜູ້ຊາຍມັນມັກມາກບໍ່ມີເມືອງພໍນັ້ນ ບັນຫາເມຍນ້ອຍ-ເມຍໃຫຍ່ກໍຈະຍັງຢູ່ຄູ່ກັບສັງຄົມລາວຕະຫຼອດໄປ ແຕ່ເຖິງຢ່າງໃດ ກ່ອນປ່ຽນແປງຄົນອື່ນ ເຮົາຄວນປ່ຽນແປງຕົວເຮົາແມ່ນຈະໄດ້ຜົນດີກວ່າ.

# ຜູ້ເປັນຜົວ ກ່ອນຈະນອກໃຈເມຍໄປລັກລົມສາວນ້ອຍ-ສາວໃຫຍ່ນັ້ນ ຄວນຄິດເຫັນຄວາມດີຂອງເມຍທີ່ລາວຕ້ອງຖິ້ມຜູ້ຊາຍດີໆຫລາຍຄົນ ເພື່ອມາເລືອກເຈົ້າ, ແຕ່ຖ້າຜູ້ຊາຍຄົນໃດ ຍັງຫຼິ້ນບໍ່ພໍ ກໍບໍ່ຄວນແຕ່ງງານເລີຍ ມາຢູ່ເປັນໂສດແບບຂ້ອຍກໍໄດ້ ຢ່າແຕ່ງງານໄປທໍາລາຍແມ່ຍິງເລີຍ ປ່ອຍໃຫ້ລາວໄປພົບຊາຍຮັກດຽວໃຈດຽວທີ່ດີກວ່າ.

# ສໍາລັບແມ່ຍິງທີ່ຍັງໂສດ ຖ້າຮູ້ວ່າເຂົາມີເມຍແລ້ວ ກໍຢ່າໄປວົນສົນໃຈນໍາ ຄວນມີຂອບເຂດໃນການລົມກັນຕາມມາລະຍາດຂອງຄົນໃນສັງຄົມ, ບໍ່ຄວນຄິດແຕ່ຢາກໄດ້ຂອງຄົນອື່ນ ຄວນປ່ຽນແປງມຸມມອງໃຫມ່ ໃນການຕາມລ່າຫາຊາຍທີ່ສົມບູນແບບ ມາເປັນການຊອກຫາຊາຍທີ່ກໍາລັງສ້າງຕົນເອງ ແລ້ວໄປຮ່ວມລົງມືພ້ອມກັນສ້າງສາ ນັ້ນຈະເຮັດໃຫ້ຊີວິດຄູ່ມີຄວາມສຸກທີ່ຍືນຍາວກວ່າ.

(ຄົນໃດບໍ່ມັກບົດຄວາມນີ້ ກໍສາມາດດ່າຂ້ອຍໄດ້ ແຕ່ຖ້າເຈົ້າຍັງບໍ່ຍອມປ່ຽນຄວາມຄິດຂອງຕົນເອງກ່ອນແລ້ວ ກໍຢ່າຫວັງວ່າຄົນອື່ນຈະປ່ຽນແປງ).

ໂດຍ: ກາບແກ້ວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...