spot_img
Homeຂ່າວການສຶກສາຍີ່ປຸ່ນ ສະເໜີໂອກາດທາງການສຶກສາ ທີ່ປະເທດຍີປຸ່ນ ໃຫ້ແກ່ນັກສຶກສາລາວ

ຍີ່ປຸ່ນ ສະເໜີໂອກາດທາງການສຶກສາ ທີ່ປະເທດຍີປຸ່ນ ໃຫ້ແກ່ນັກສຶກສາລາວ

Published on

ລັດຖະບານຍີ່ປຸ່ນ ສະເໜີໂອກາດທາງການສຶກສາທີ່ປະເທດຍີປຸ່ນ ໃຫ້ແກ່ນັກສຶກສາລາວ ປະຈຳປີ 2015
ຢູ່ທີ່ມະຫາວິທະຍາໄລສະຫວັນນະເຂດ, ໃນວັນທີ 21 ພຶດສະພາ 2014 ໄດ້ຈັດໃຫ້ມີການນຳສະເໜີທຶນການສຶກສາ ຂອງລັດຖະບານຍີປຸ່ນ ໃຫ້ແກ່ຊາວໜຸ່ມ ກໍ່ຄືນັກສຶກສາລາວ ເພື່ອໄປສຶກສາຕໍ່ທີ່ປະເທດຍີປຸ່ນປະຈຳປີ 2015 ໃນລະດັບຊັ້ນສູງ ຈົນເຖິງລະດັບປະລິນຍາເອກ. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວນີ້ ໂດຍມີ ທ່ານ ຮອງສາສະດາຈານ ດຣ ສີທາ ເຂັມມະລາດ ຮອງອະທິການບໍລິດີຝ່າຍວິຊາການ ມ.ຂ, ທ່ານ ນາງ ຢູກິໂກະ ເຊຕະ ທູດການສຶກສາຂອງລັດຖະບານຍີ່ປຸ່ນປະຈຳລາວ.

ສຳລັບທຶນການສຶກສາ ທີ່ລັດຖະບານຍີປຸ່ນສະເໜີໃຫ້ນັກສຶກສາລາວໃນປີ 2015 ນີ້ແມ່ນແຍກອອກເປັນ2 ກຸ່ມໃຫຍ່ຄື: ກຸ່ມນັກສຶກສາທີ່ຈະໄດ້ຮັບທຶນຫຼັງປະລິນຍາຕີນັ້ນ ກໍ່ແມ່ນການສຶກສາໃນລະດັບປະລິນຍາໂທ ແລະປະລິນຍາເອກ ໃຊ້ເວລາຮຽນ 2-3 ປີ, ກຸ່ມທີ 2 ແມ່ນກຸ່ມຫຼັງການຮຽນຈົບຊັ້ນມັດທະຍົມຕອນປາຍນັ້ນກໍ່ຄື ການສຶກສາໃນຊັ້ນປະລິນຍາຕີ ແລະຊັ້ນສູງ, ໃນນີ້ສຳລັບຊັ້ນປະລິນຍາຕີແມ່ນມີໄລຍະການຮຽນ 5 ປີ,ສ່ວນຊັ້ນສູງດ້ານເຕັກໂນໂລຊີແມ່ນມີໄລຍະການຮຽນ 4 ປີ ແລະສຳລັບຊັ້ນສູງທົ່ວໄປແມ່ນມີໄລຍະການຮຽນ 3 ປີ. ການສະເໜີທຶນຂອງລັດຖະບານຍີປຸ່ນໃຫ້ແກ່ນັກສຶກສາລາວປະຈຳປີ 2015 ນີ້ແມ່ນໄດ້ນຳສະເໜີໃນສະຖາບັນການສຶກສາສຳຄັນຕ່າງໆຂອງພາກລັດຄື: ທີ່ແຂວງຫຼວງພະບາງ ແມ່ນໄດ້ນຳສະເໜີທຶນດັ່ງກ່າວນີ້ທີ່ມະຫາວິທະຍາສຸພານຸວົງ, ສ່ວນຢູ່ທີ່ນະຄອນຫຼວງວຽງຈັນ ແມ່ນໄດ້ສະເໜີຢູ່ມະຫາວິທະຍາໄລແຫ່ງຊາດ, ຢູ່ແຂວງສະຫວັນນະເຂດ ແມ່ນໄດ້ນຳສະເໜີທີ່ ມ.ຂ ແລະຢູ່ທີ່ແຂວງຈຳປາສັກແມ່ນໄດ້ນຳສະເໜີທີ່ມະຫາວິທະຍາໄລຈຳປາສັກ.

ສ່ວນຄ່າໃຊ້ຈ່າຍຕ່າງໆໃນການຮຽນທີ່ປະເທດຍີປຸ່ນແມ່ນລັດຖະບານຍີປຸ່ນເປັນຜູ້ອຸດໜູນທັງໝົດ./.

ທີ່ມາ www.facebook.com/Savanhphuttana-News/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...