ຍີ່ປຸ່ນ-ສະຫະລັດ ຮ່ວມຊ້ອມຮົບຂົ່ມເກົາຫຼີເໜືອ

ສຳນັກຂ່າວເອເອຟພີ ແລະ ຣອຍເຕີລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດ ຍີີ່ປຸ່ນ ເມື່ອວັນທີ 1 ມິຖຸນາ 2017 ວ່າ ກອງກຳລັງປ້ອງກັນຕົວເອງທາງທະເລຂອງຍີ່ປຸ່ນສົ່ງເຮືອຮົບ 2 ລຳ ຄືເຮືອ ອາຊິກາຣະ ແລະ ເຮືອຮາຍຸກະ ເຊິ່ງເປັນເຮືອບັນທຸກເຮລິຄອບເຕີ 1 ໃນ 4 ລຳທີມີຢູ່ ເຂົ້າຮ່ວມການຊ້ອມຮົບກັບເຮືອບັນທຸກເຮືອບິນຍູເອສເອສ ຄາຣ ວິນສັນ ພ້ອມທັງກອງເຮືອຕິດຕາມຂອງທັງສອງຮວມ 8 ລຳ ຂອງກອງທັບເຮືອສະຫະລັດ ໃນທະເລຍີ່ປຸ່ນ (ທະເລຕາເວັນອອກ) ນອກຊາຍຝັ່ງແຫຼມມະຫາສະໝຸດເກົາຫຼີ ເຂດນ່ານນ້ຳທີ່ຂີປະນາວຸດຂອງເກົາຫຼີເໜືອຕົກລົງ ການທົດສອບຍິງເມື່ອວັນຈັນ (29 ພຶດສະພາ) ທີ່ຜ່ານມາ

ນອກຈາກນັ້ນ ຝູງເຮືອບິນຮົບ ເອຟ-15 ຂອງກອງກຳລັງປ້ອງກັນຕົວເອງທາງອາກາດຍິ່ປຸ່ນ ໄດ້ເຂົ້າຮ່ວມການຊ້ອມຮົບຈຳລອງການສູ້ຮົບ ເອຟ-18 ຂອງກອງທັບເຮືອສະຫະລັດ ໃນເວລາດຽວກັນນີ້

ໂຄສົກກອງກຳລັງປ້ອງກັນຕົວເອງຍີ່ປຸ່ນກ່າວວ່າ ນັບເປັນຄັ້ງທຳອິດທີ່ຍີ່ປຸ່ນ ໄດ້ຮ່ວມຊ້ອມຮົບກັບກອງເຮືອບັນທຸກເຮືອບິນຂອງສະຫະລັດ 2 ລຳ ນັບເປັນການຊ້ອມຮົມຄັ້ງໃຫຍ່ ແລະ ສຳຄັນຂອງຍີ່ປຸ່ນ.